ຝຣັ່ງຊຸກຍູ້ມະຕິໃໝ່ຂອງສະຫະປະຊາຊາດກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ

ຝຣັ່ງຊຸກຍູ້ມະຕິໃໝ່ຂອງສະຫະປະຊາຊາດກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ Laurent Fabius

(vovworld) - ຝ​ຣັ່ງ​ໄດ້​ສ້າງ​ແຜນ​ການ​ເຄື່ອນ​ໄຫວ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ມະ​ຕິ​ໃໝ່​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເພື່ອ​ແນ​ໃສ່​ຟື້ນ​ຟູ​ແງ່​ຫວັງ​ສັນ​ຕິ​ພາບ​ລະ​ຫວ່າງ ອິດ​ສະ​ຣາ​ແອນ ແລະ ປາ​ແລດ​ສະ​ຕີນ. ວັນ​ທີ 27/3, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ Laurent Fabius ໃຫ້​ຮູ້​ວ່າ: ເລື່ອງ​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍນີ້​ຈະ​ເລີ່ມ​ຕົ້ນ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ. ກ່ອນ​ໜ້ານັ້ນ, ເດືອນ 12/2014, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປະ​ຕິ​ເສດ​ມະ​ຕິ​ກຳ​ນົດ​ຈຸດ​ເວ​ລາ​ສຸດ​ທ້າຍ​ເພື່ອບັນ​ລຸ​ຂໍ້​ຕົກ​ລົງ​ສຸດ​ທ້າຍ ແລະ ເປີດ​ຊ່ອງ​ທາງ​​ແກ່​ການ​ສ້າງ​ຕັ້ງ​ລັດ ປາ​ແລດ​ສະ​ຕີນ. ສະ​ຫະ​ພາບ ເອີ​ລົບ (EU) ກໍ່​ພວມ​ຄິດ​ໄລ່​ຊັ່ງ​ຊາກໍ່​ຄວາມ​ດັ່ນ​ເພື່ອ​ໃຫ້ ອິດ​ສະ​ຣາ​ແອນ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ປາ​ແລດ​ສະ​ຕີນ. ກໍ່​ໃນ​ວັນ​ທີ 27/3, ວົງ​ການ​ເຈົ້າ​ໜ້າ​ທີ່ ອີ​ຢູ ໃຫ້​ຮູ້​ວ່າ: ແບນ​ຊິກ ພວມ​ຕີ​ລາ​ຄາ​ບັນ​ດາ​ມາດ​ຕະ​ການ​ໃໝ່​ເພື່ອກໍ່​ຄວາມ​ດັ່ນ​ຮຽກ​ຮ້ອງ​ໃຫ​້ ອິດ​ສະ​ຣາ​ແອນ ກັບ​ຄືນ​​ສູ່ໂຕະ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ ປາ​ແລດ​ສະ​ຕີນ ເພື່ອ​ແນ​ໃສ່​ບັນ​ລຸ​ຂໍ້​ຕົກ​ລົງ​ໂດຍ​ອີງ​ໃສ່​​ມາ​ດຕະ​ການ​ແກ້​ໄຂ​ດ້ວຍ​ການ​ຄົງ​ຕົວ 2 ລັດ.


ຂ່າວ/ບົດ​ອື່ນ