ພັກ, ລັດ ຫວຽດນາມ ຍາມໃດກໍ່ກຳນົດວິທະຍາສາດ ເຕັກໂນໂລຊີ ແລະ ການສຶກສາບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ

(VOVWORLD) -  ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຫວນຄືນບັນດາເປົ້າໝາຍແຫ່ງການພັດທະນາຂອງ ຫວຽດນາມ ວ່າ ຮອດປີ 2045 ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສູງ, ທ່າານປະທານປະເທດ ໃຫ້ຮູ້ວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ກຳນົດວິທະຍາສາດ ເຕັກໂນໂລຊີ ແລະ ການສຶກສາບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ ແລະ ຍາມໃດກໍ່ເອົາໃຈໃສ່ພັດທະນາວິທະຍາສາດພື້ນຖານ, ປະຖົມປັດໄຈໃຫ້ວິທະຍາສາດໝູນໃຊ້ ແລະ ພັດທະນາແບບຍືນຍົງ.
ພັກ, ລັດ ຫວຽດນາມ ຍາມໃດກໍ່ກຳນົດວິທະຍາສາດ ເຕັກໂນໂລຊີ ແລະ ການສຶກສາບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຖ່າຍຮູບທີ່ລະນຶກກັບບັນດານັກວິທະຍາສາດ
(ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 12 ສິງຫາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບນັກວິທະຍາສາດສາກົນ ແລະ ຫວຽດນາມ  56 ທ່ານ, ໂດຍໄດ້ຕາງໜ້າໃຫ້ນັກວິທະຍາສາດ 158 ທ່ານ ມາຈາກ 28 ປະເທດ ແລະ ເຂດແຄ້ວນໃນທົ່ວປະເທດທີ່ໄດ້ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມວິທະຍາສາດສາກົນ “ປ່ອງຢ້ຽມສັງເກດຈັກກະວານ”, ໄດ້ຈັດຂຶ້ນແຕ່ວັນທີ 7 – 12 ສິງຫາ, ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດິ້ງ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢຳ້ຄືນບັນດາເປົ້າໝາຍແຫ່ງການພັດທະນາຂອງ ຫວຽດນາມ ວ່າ ຮອດປີ 2045 ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສູງ, ທ່ານປະທານປະເທດ ໃຫ້ຮູ້ວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ກຳນົດວິທະຍາສາດ ເຕັກໂນໂລຊີ ແລະ ການສຶກສາບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ ແລະ ຍາມໃດກໍ່ເອົາໃຈໃສ່ພັດທະນາວິທະຍາສາດພື້ນຖານ, ປະຖົມປັດໄຈໃຫ້ວິທະຍາສາດໝູນໃຊ້ ແລະ ພັດທະນາແບບຍືນຍົງ. ທ່ານປະທານປະເທດ ຢັ້ງຢືນວ່າ ຜົນສຳເລັດຂອງ ຫວຽດນາມ ແມ່ນມີການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກປັນຍາຊົນແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ເພ່ື່ອນມິດສາກົນ, ພ້ອມທັງ, ປາດຖະໜາ ຢາກໄດ້ຮັບການໜູນຊ່ວຍຫຼາຍກ່ວາ ຈາກບັນດານັກວິທະຍາສາດທັງຢູ່ພາຍໃນ ແລະ ຕ່າງປະເທດ:

“ຂ້າພະເຈົ້າຫວັງວ່າໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ໄດ້ຮັບການຮ່ວມມື, ໜູນຊ່ວຍຂອງບັນດານັກວິທະຍາສາດສາກົນ, ບັນດານັກວິທະຍາສາດ ຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກວິທະຍາສາດແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ຜ່ານການຮ່ວມມື ແລະ ເຊື່ອມຕໍ່, ພົວພັນແລກປ່ຽນ ອາດສາມາດເພີ່ມພຸນຄຸນສ້າງ, ໜູນຊ່ວຍ, ສ້າງບັນດານໃຈ, ພາທາງ ໃນການຄົ້ນຄ້ວາວິທະຍາສາດໃຫ້ບັນດານັກວິທະຍາສາດໜຸ່ມຂອງ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ. ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ບັນດານັກວິທະຍາສາດໄດ້ແນະນຳຫຼາຍນະໂຍບາຍ, ບັນດາບົດຮຽນລຳ້ຄ່າກ່ຽວກັບການພັດທະນາ ແລະ ພັດທະນາແບບຍືນຍົງ, ເພື່ອໃຫ້ວິທະຍາສາດ, ການສຶກສາ ປະກອບສ່ວນຫຼາຍທີ່ສຸດໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ