ພັກປະຊາຊົນ ກຳປູເຈຍ ຍາດໄດ້ໄຊຊະນະສູງສຸດໃນການເລືອກຕັ້ງສະພາແຫ່ງຊາດ

(VOVWORLD) - ພາຍຫຼັງ NEC ປະກາດໝາກຜົນນັ້ນ, CPP ໄດ້ອອກແຈ້ງການປະກາດໝາກຜົນຂອງການເລືອກຕັ້ງຄັ້ງນີ້, ຖືວ່າໝາກຜົນຂອງການເລືອກຕັ້ງໄດ້ສະແດງໃຫ້ເຫັນເຈດຈຳນົງ
ພັກປະຊາຊົນ ກຳປູເຈຍ ຍາດໄດ້ໄຊຊະນະສູງສຸດໃນການເລືອກຕັ້ງສະພາແຫ່ງຊາດ - ảnh 1 ທ່ານນາຍົກລັດຖະມົນຕີ Samdech Hunsen

ຕອນຄ່ຳວັນທີ 15 ສິງຫາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ປະກາດໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6 ໄດ້ດຳເນີນໃນວັນທີ 29 ກໍລະກົດຜ່ານມາ ໃນຊ່ອງໂທລະພາບແຫ່ງຊາດ ແລະ ບັນດາວິທະຍຸກະຈາຍສຽງຂອງ ກຳປູເຈຍ. ຕາມນັ້ນແລ້ວ, ພັກປະຊາຊົນ ກຳປູເຈຍ (CPP) ໂດຍທ່ານນາຍົກລັດຖະມົນຕີ Samdech Hunsen ເປັນປະທານໄດ້ຮັບບັດສະໜັບສະໜູນປະມານ 77%, ຍາດໄດ້ 125/125 ທີ່ນັ່ງໃນສະພາແຫ່ງຊາດຊຸດທີ 6. 19 ພັກອື່ນບໍ່ຍາດໄດ້ທີ່ນັ່ງໃດ, ຍ້ອນໄດ້ຮັບຈຳນວນບັດສະໜັບສະໜູນບໍ່ພຽງພໍເພື່ອຍາດໄດ້ໜຶ່ງທີ່ນັ່ງຕາມຂໍ້ກຳນົດຂອງກົດໝາຍ.

        ພາຍຫຼັງ NEC ປະກາດໝາກຜົນນັ້ນ, CPP ໄດ້ອອກແຈ້ງການປະກາດໝາກຜົນຂອງການເລືອກຕັ້ງຄັ້ງນີ້, ຖືວ່າໝາກຜົນຂອງການເລືອກຕັ້ງໄດ້ສະແດງໃຫ້ເຫັນເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນກຳປູເຈຍ ໃນການຮັກສາຜົນງານຂອງປະເທດຊາດ, ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ແລະ ຄວາມເອົາໃຈໃສ່ເບິ່ງແຍງດູແລຊີວິດຂອງຕົນເອງ. ການເລືອກຕັ້ງໄດ້ຮັບການຕີລາຄາຈາກຫາງສຽງສາກົນແມ່ນໄດ້ດຳເນີນໄປຢ່າງເສລີ, ຍຸຕິທຳ ດ້ວຍຈຳນວນພັກເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດສູງ.

        ຕາມແຜນການແລ້ວ, ສະພາແຫ່ງຊາດຊຸດທີ 6 ຈະຈັດກອງປະຊຸມຄັ້ງປະຖົມມະເລີກພາຍໃຕ້ການເປັນປະທານຂອງພະບາດສົມເດັດ Norodom Sihamoni ໃນວັນທີ 5 ກັນຍາ. ວັນທີ 6 ກັນຍາ, ສະພາແຫ່ງຊາດຈະປ່ອນບັດໄວ້ວາງໃຈສ້າງຕັ້ງລັດຖະບານຊຸດທີ 6. ວັນທີ 7 ກັນຍາ, ລັດຖະບານໃໝ່ຈະຈັດກອງປະຊຸມຄັ້ງທຳອິດ.

ຕອບກັບ

ຂ່າວ/ບົດ​ອື່ນ