ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ເດຍ ຢ່າງ​ຮອບ​ດ້ານ

(VOVWORLD) - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນວ່າ ໃນຊຸມປີມໍ່ໆມານີ້, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ.
ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ເດຍ ຢ່າງ​ຮອບ​ດ້ານ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນຄ່ຳວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ສະຖານທູດ ອິນເດຍ ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນ ປະເທດສາທາລະນະລັດ ອິນເດຍຍາດໄດ້ເອກະລາດ (15/8/1947-15/8/2023). ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນວ່າ ໃນຊຸມປີມໍ່ໆມານີ້, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ. ສອງປະເທດຈະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອນຳຜົນປະໂຫຍດຢ່າງແທດຈິງ ມາໃຫ້ປະຊາຊົນສອງປະເທດ, ທັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ອາຊີ - ປາຊີຟິກ ແລະ ໃນທົ່ວໂລກ.

ສ່ວນທ່ານ DeskSandeep Arya ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ  ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືພິເສດຂອງ ອິນເດຍ ແລະ ນ້ຳໃຈສາມັກຄີ, ມີຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືລະຫວ່າງສອງປະເທດຍາມໃດກໍ່ແມ່ນປັດໄຈໝັ້ນແກ່ນ, ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ນ້ຳໃຈມິດຕະພາບ ອິນເດຍ - ຫວຽດນາມ ຈະຍິ່ງພັດທະນາຢ່າງແຮງກ່ວາອີກ ແລະ ສືບຕໍ່ແມ່ນເສົາຄ້ຳໜູນຊ່ວຍເຊິ່ງກັນແລະກັນ ຢ່າງໝັ້ນແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ