ພິ​ທີ​ປຸກ​ລະ​ດົມ​ການ​ປະ​ພັ​ນ​ບັນ​ດາ​ຜົນ​ງານ​ວັນ​ນະ​ຄະ​ດີ ສິ​ລະ​ປະ “ຍືນ​ຍົງ​ຄົງ​ຕົວກັບ​ການ​ເວ​ລາ”

(VOVWORLD) - ຕອນຄ່ຳວັນທີ 18 ທັນວາ, ຢູ່ນະຄອນຫ໋າຍຝ່ອງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນຫ໋າຍຝ່ອງຈັດຕັ້ງພິທີປຸກລະດົມການປະດິດຄິດແຕ່ງບັນດາບົດປະພັນວັນນະຄະດີສິລະປະ “ຍືນຍົງຄົງຕົວກັບການເວລາ”.

ພິ​ທີ​ປຸກ​ລະ​ດົມ​ການ​ປະ​ພັ​ນ​ບັນ​ດາ​ຜົນ​ງານ​ວັນ​ນະ​ຄະ​ດີ ສິ​ລະ​ປະ “ຍືນ​ຍົງ​ຄົງ​ຕົວກັບ​ການ​ເວ​ລາ” - ảnh 1ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກ່າວຄຳເຫັນທີ່ພິທີປຸກລະດົມການປະພັນບົດປະພັນວັນນະຄະດີສິລະປະ (ພາບ: VOV)

ພິທີປຸກລະດົມການປະພັນບົດປະພັນວັນນະຄະດີສິລະປະ “ຍືນຍົງຄົງຕົວກັບການເວລາ” ມຸ່ງໄປເຖິງການສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2030) ແລະ 85 ປີແຫ່ງວັນຊາດ ຫວຽດນາມ (2/9/1945 – 2/9/2030). ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເນັ້ນໜັກວ່າ:

ພວກຂ້າພະເຈົ້າມີຄວາມຫວັງວ່າ ຖັນແຖວນັກປະພັນນັກສິລະປິນ ຈະສືບຕໍ່ເສີມຂະຫຍາຍຄວາມເກັ່ງກ້າສາມາດທາງພູມປັນຍາ, ຍົກສູງຈິດໃຈຄວາມຮັບຜິດຊອບຂອງພົນລະເມືອງ, ຝືກຟົນຫຼໍ່ຫຼອມຄຸນສົມບັດຕິດແທດກັບພຶດຕິກຳຕົວຈິງຢ່າງຊີວິດຊີວາຂອງພາລະກິດແຫ່ງການສ້າງສາ ປະເທດຊາດ ໃນສະໄໝໃໝ່, ຮັບໃຊ້ປະຊາຊົນ. ສຳລັບກະຊວງວັດນະທະທຳ, ກິລາ ແລະ ທ່ອງທ່ຽວ, ສະເໜີສືບຕໍ່ເອົາໃຈໃສ່ບຳລຸງສ້າງຖັນແຖວນັກສິລະປິນ, ຜູ້ມີຄວາມເກັ່ງກ້າສາມາດທາງດ້ານສິລະປະຂອງປະເທດຊາດ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກສິລະປິນເຄື່ອນໄຫວ, ເສີມຂະຫຍາຍກຳລັງຄວາມສາມາດປະດິດຄິດແຕ່ງສິລະປະ ສ້າງບັນດາຜົນງານທີ່ມີຄຸນນະພາບ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຊາດ.

ຕາມຄະນະຈັດຕັ້ງແລ້ວ, ລາຍການໄດ້ຮັບການຈັດຕັ້ງຜ່ານ 6 ໄລຍະ, ແກ່ຍາວແຕ່ປີນີ້ ຮອດປີ 2025. ຜູ້ຂຽນ, ໝູ່ຄະນະຜູ້ຂຽນ ແມ່ນພົນລະເມືອງຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ, ອອກແຮງງານຢູ່ ຫວຽດນາມ ແລະ ຕ່າງປະເທດ, ຊາວຕ່າງປະເທດທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ, ອອກແຮງງານຢູ່ ຫວຽດນາມ ລ້ວນແຕ່ສາມາດເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ