ພິທີປະດັບຫຼຽນກາ ມິດຕະພາບຂອງ ສປປ.ລາວ

ພິທີປະດັບຫຼຽນກາ ມິດຕະພາບຂອງ ສປປ.ລາວ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສປປ ລາວ ປະຈຳ ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ

(vovworld) – ຕອນ​ບ່າຍ​ວັນ​ທີ 23/5, ຢູ່​ຮ່າ​ໂນ້ຍ, ສະຖານ​ທູດສປປ ລາວ ປະຈຳຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປະດັບ​ຫຼຽນ​ກາ​ມິດຕະພາບຂອງ​ສປປ ລາວ ​ໃຫ້​ແກ່​ທ່ານ ​ເຈີ່ນ​ເຫງັ້ຍຮ່ວາ, ຫົວໜ້າ​ຂະແໜງ​ຮ່ວມ​ມື​ສາກົນ, ພະ​ແນ​ກພົວພັນ​ຕ່າງປະ​ເທດ ນະຄອນ ຮ່າ​ໂນ້ຍ ​ຍ້ອນ​ບັນດາ​ການ​ປະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ, ​ໃຫ້​ຮູ້​ວ່າ:

ເທບ​ສຽງ​ທ່ານ ສົມ​ພອນ ສີ​ຈະ​ເລີ​ນ


ພິທີປະດັບຫຼຽນກາ ມິດຕະພາບຂອງ ສປປ.ລາວ - ảnh 2
ພິທີ​ປະດັບ​ຫຼຽນ​ກາ​ມິດຕະພາບ ​ຂອງ​ລັດຖະບານ​ແຫ່ງ ສປປ ລາວ ​ໃຫ້​ແກ່​ທ່ານ ​ເຈີ່ນ​ເຫງຍຮ່ວາ

    ທ່ານ ​ເຈີ​ນ​ເຫງັ້ຍຮ່ວາ, ຫົວໜ້າຂະແໜງ​ຮ່ວມ​ມື​ສາກົນ, ພະ​ແນ​ກພົວພັນ​ຕ່າງປະ​ເທດ ນະຄອນ ຮ່າ​ໂນ້ຍ ມີ​ຄວາມ​ຕື້ນ​ຕັນ​ໃຈ​ເມື່ອ​ໄດ້​ຮັບ​ຂອງຂວັນ​ອັນ​ສູງ​ສົ່ງ​ຂອງ​ລັດລາວ ມອບ​​ໃຫ້, ທ່ານ​ແບ່ງປັນ​ວ່າ:

    “ຂ້າພະ​ເຈົ້າ​ຮັບ​ຮູ້​ໄດ້​ວ່າ: ນີ້​ບໍ່ພຽງ​ແຕ່​ແມ່ນ​ຄວາມ​ເປັນ​ກຽດ​ສຳລັບ​ຂ້າພະ​ເຈົ້າ​ເອງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສຳລັບ​ບັນດາ​ເພື່ອນ​ຮ່ວມ​ອາຊີບ ທີ່​ໄດ້​ສົມທົບ​ກັນ​ໃນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ ​ເພື່ອ​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​ແກ່​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ ອີກ​ດ້ວຍ. ຂ້າພະ​ເຈົ້າ​ໝັ້ນ​ໝາຍວ່າ: ​ໃນ​ຖານະ​ຕຳ​ແໜ່​ງຂອງ​ຕົນ​ຈະ​ສືບ​ຕໍ່​ມານະພະຍາຍາມ​ເພື່ອ​ປະຕິບັດ​ບັນດາ​​ແຜນ​ນະ​ໂຍບາຍ, ການ​ຊີ້​ນຳ​ຈາກຂັ້ນ​ຕ່າງໆ ​ເພື່ອ​ຫັນ​ເປັນ​​ໂຄງການ, ແຜນການ​ມີ​ປະສິດທິ​ຜົນ​ລະອຽດ, ​ໃນ​ເລື່ອງ​ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ”

 

ຂ່າວ/ບົດ​ອື່ນ