ພິທີມອບລາງວັນຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ 2017

(VOVWORLD) - ຕອນຄ່ຳວັນທີ 16 ພະຈິກ ທີ່ຮ່າໂນ້ຍ, ພິທີມອບລາງວັນຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ 2017 ດຳ ເນີນຢູ່ ຮ່າໂນ້ຍ. ເຂົ້າຮ່ວມພິທີມອບລາງວັນມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ; ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນຖືອງ.
ພິທີມອບລາງວັນຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ 2017 - ảnh 1 ພິທີມອບລາງວັນຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ 2017 (ພາບ: VGP)

ປີ 2017, ລາງວັນທີ່ໜຶ່ງສຳລັບບັນດາຜະລິດຕະພັນເຕັກໂນໂລຢີຂໍ້ມູນຂ່າວມີຄວາມສາມາດບົ່ມຊ້ອນໄດ້ມອບໃຫ້ຜະລິດຕະພັນ “ການໝູນໃຊ້ເຕັກໂນໂລຢີພາບວາດ 3 ມິຕິ ສ້າງຮ່າງກາຍຮັບໃຊ້ວຽກງານສິດສອນ, ຮ່ຳຮຽນ ແລະ ຄົ້ນຄວ້າໃນຂະແໜງວິທະຍາສາດສຸຂະພາບ”. ນີ້ແມ່ນຜະລິດຕະພັນຂອງກຸ່ມປະດິດສ້າງທີ່ມາຈາກມະຫາວິທະຍາໄລ ຢຸຍເຕີນ.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງລາງວັນປີນີ້ ບໍ່ພຽງແຕ່ດຶງດູດໄດ້ບັນດານັກວິທະຍາສາດ, ຜູ້ເກັ່ງກ້າສາມາດດ້ານເຕັກໂນໂລຢີຂໍ້ມູນຂ່າວສານທຸກເກນອາຍຸພາຍໃນປະເທດເຂົ້າຮ່ວມເທົ່ານັ້ນ ຫາກຍັງໄດ້ຮັບການສະໜັບສະໜູນ, ການເຂົ້າຮ່ວມຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດທີ່ຮັກຫອມ, ສະໜິດຕິດພັນກັບ ຫວຽດນາມ ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຢູ່ພິທີມອບລາງວັນໃນມື້ນີ້, ຂ້າພະເຈົ້າຢາກສົ່ງເຖິງບັນດາຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ ໃນທຸກຂົງເຂດຄຳຮຽກຮ້ອງວ່າ: ສັງຄົມຮ່ຳຮຽນ ແລະ ປະດິດສ້າງຢ່າງບໍ່ຢຸດຢັ້ງ ແມ່ນສະພາບແວດລ້ອມອຸດົມຄະຕິໃຫ້ການພັດທະນາຂອງ ຫວຽດນາມ, ແມ່ນກຳລັງໜູນສຳຄັນ ເພື່ອຊຸກຍູ້ ພວກເຮົາສ້າງລັດຖະບານສ້າງສັນ ແລະ ກະທຳ. ບັນດາຄວາມຕັດສິນໃຈ ແລະ ການກະທຳຂອງລັດຖະບານ ຈະໄດ້ຮັບກຳລັງແຮງຕື່ມອີກ ຈາກບັນດາມາດຕະການທີ່ມີຫົວຄິດປະດິດສ້າງ, ບັນດາຫົວເລື່ອງຄົ້ນຄວ້າດ້ວຍການນຳໃຊ້ພູມປັນຍາຍຸກສະໄໝ, ແລະ ພູມປັນຍາ ຫວຽດນາມຫລາຍ”.

        ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວ, ປີ 2017 ໄດ້ມີຜະລິດຕະພັນ 289 ຢ່າງ ເຂົ້າຮ່ວມຢູ່ທັງ 3 ເນື້ອໃນ: ເຕັກໂນໂລຢີຂໍ້ມູນຂ່າວສານມີຄວາມສາມາດບົ່ມຊ້ອນ; ເຕັກໂນໂລຢີຂໍ້ມູນຂ່າວສານເລີ່ມທຸລະກິດ; ເຕັກໂນໂລຢີຂໍ້ມູນຂ່າວສານເຊື່ອມຕໍ່, ມືຖື.

        ລາງວັນຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ ໂດຍສະມາຄົມສົ່ງເສີມການຮ່ຳຮຽນ ຫວຽດນາມ ລິເລີ່ມ, ພ້ອມກັບສື່ອອນລາຍ ເຢີນຈີ໋, ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ຫວຽດນາມ (VNPT) ເປັນຫົວໜ່ວຍຮ່ວມການຈັດຕັ້ງ ແລະ ອຸປະຖຳຕົ້ນຕໍ.

 

ຕອບກັບ

ຂ່າວ/ບົດ​ອື່ນ