ພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ລາຍການ “ເຍົາວະຊົນ ຫວຽດນາມ ບືນຕົວອອກສູ່ໂລກ”

(VOVWORLD) -ໃນວັນທີ 26 ແລະ 27 ທັນວາ ຢູ່ແຂວງ ບັກນິງ, ສະພາກອງເຍົາວະຊົນສູນກາງ ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນລາຍການ “ເຍົາວະຊົນ ຫວຽດນາມ - ບືນຕົວອອກສູ່ໂລກ”ຄັ້ງທີ່ໜຶ່ງ ດ້ວຍຫົວຂໍ້ “ສີສັນ ອາຊຽນ”. 
ພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ລາຍການ  “ເຍົາວະຊົນ ຫວຽດນາມ ບືນຕົວອອກສູ່ໂລກ” - ảnh 1ພິທີເປີດລາຍການ“ເຍົາວະຊົນ ຫວຽດນາມ - ບືນຕົວອອກສູ່ໂລກ”

ນີ້ແມ່ນໂຄງການຈຸດສຸມ ນອນໃນບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນເຫດການ ຫວຽດນາມ ເປັນປະທານ ອາຊຽນ ໃນປີ 2020 ແນໃສ່ຈຸດປະສົງ ສົ່ງເສີມພວກນ້ອງນ້ອຍຊອກຮູ້ ແລະ ຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກ ຂອງບ້ານເກີດເມືອງນອນ, ບັນດາປະເທດ ອາຊຽນ ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈຂອງຊາດ ແລະ ເສີມຂະຫຍາຍຕິດໃຈປະດິດຄິດສ້າງ ເຊື່ອໝັ້ນຕົນເອງເມື່ອເຊື່ອມໂຍງກັບສາກົນ ພ້ອມທັງໂຄສະນາບົດບາດຄວາມຮັບຜິດຂອງເຍົາວະຊົນ ໃນການສ້າງປະຊາຄົມ ອາຊຽນ ສາມັກຄີ  ແບ່ງປັນ ພັດທະນາ ແລະ ວັດທະນາຖາວອນ.

 ພາຍຫຼັງທີ່ໄດ້ຜັນຂະຫຍາຍມາເປັນເວລາ 6 ເດືອນ, ທີ່ລາຍການສະຫຼຸບ ແລະ ມອບລາງວັນ, ເຍົາວະຊົນ 57 ຄົນ ເປັນຕົວແທນໃຫ້ແກ່ 22 ກອງເຍົາວະຊົນ ທີ່ມາຈາກ 16 ແຂວງ, ນະຄອນ ໄດ້ເຂົ້າຮ່ວມການເຄື່ອນໄຫວຊອກຮູ້ ແລະ ແລກປ່ຽນກັບບັນດານັກສິລະປະການ ຢູ່ສູນວັດທະນະທຳພື້ນເມືອງພາບ ດົງໂຮ່, ງານວາງສະແດງ “ສີສັນອາຊຽນ”, ການພົບປະແລກປ່ຽນ ສະແດງສິລະປະ, ການແຂ່ງຂັນບັນລະຍາຍ, ແນະນຳວັດທະນະທຳອາຫານການກິນປະຫວັດສາດ ການທ່ອງທ່ຽວ... ຂອງ 10 ປະເທດ ອາຊຽນ.

ຄະນະຈັດຕັ້ງໄດ້ມອບສອງລາງວັນທີໜຶ່ງ, 7 ລາງວັນທີສອງ ແລະ 14 ລາງວັນທີສາມ ໃຫ້ແກ່ບັນດາກອງເຍົາວະຊົນເຂົ້າຮ່ວມການແຂ່ງຂັນ.

ຕອບກັບ

ຂ່າວ/ບົດ​ອື່ນ