ພິທີສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອກຳລັງຊາວໜຸ່ມຕະລຸມບອນ

ພິທີສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອກຳລັງຊາວໜຸ່ມຕະລຸມບອນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​
ພົບປະກຳລັງຊາວ​ໜຸ່ມ​ຕະລຸມບອນ
(ພາບ: TTXVN)


​​(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີສະເຫຼີມສະຫຼອງ 65 ​ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ (15/07/1950 – 15/07/2015) ດຳ​ເນີນ​ໄປ​ໃນຕ​ອນ​ເຊົ້າ​ວັນ​ທີ 15/07, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ຢືນຢັນ​ວ່າ, ກຳລັງຊາວ​ໜຸ່ມ​ຕະລຸມບອນ​ໄດ້​ມີການ​ປະກອບສ່ວນ​ຢ່າງ​ໃຫຍ່ຫຼວງ ​ເຂ​ົ້າໃນ​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ຍາມ​ໃດ​ພັກ, ລັດ ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ແກ້​ໄຂ​ລະບອບ​ນະ​ໂຍບາຍ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ສະມາຄົມ​ອະດີດຊາວ​ໜຸ່ມ​ຕະລຸມບອນ​​ທຸກ​ຂັ້ນ, ດ້ວຍ​ບົດບາດ​ເປັນ​ຕົ​ວພະຍານ​ຫຼັກ​ຖານປະຫວັດ​ສາດ, ສືບ​ຕໍ່​ເປັນ​ເສນາ​ທິການ, ສະ​ເໜີ ​ແລະ ຊ່ວຍ​ອົງຄະ​ນະ​ພັກ, ອຳກາດ​ການ​ປົກຄອງ ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂວຽກ​ງາ​ນລະບອບ​ນະ​ໂຍບາຍ​ໃຫ້​ຜູ້​ທີ່​ມີຄຸນງາມຄວາ​ມດີ, ​ໃນ​ນັ້ນ​ມີ​ບັນດາ​ອະດີດຊາວ​ໜຸ່ມ​ຕະລຸມບອນ​ໃຫ​້ສຳ​ເລັດ. ທ່ານ​ປະທານ​ປະ​ເທດ ຊີ້​ແຈ້ງ​ວ່າ.

      “​ໃນ​ກວ່າ​ເຄິ່ງທົດ​ສະ​ວັດ​ຜ່ານ​ມາ, ກຳລັງຊາວ​ໜຸ່ມ​ຕະລຸມບອນ ​ໄດ້​ເສີມ​ຂະຫຍາຍ​ລັດທິ​ວິລະ​ຊົນ​ປະຕິວັດ​ຢ່າງ​ແຮງ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ລຳ​ບາກ, ການ​ເສຍສະຫຼະ​ຊີວິດ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ກອງທັບ, ທົ່ວ​ປ້ວງຊົນ ສ້າງ​​ຜົນງານ​ແຫ່ງການ​ສູ້​ຮົບ​ທີ່​ສະຫງ່າ​ອົງອາດ, ປະ​ຕິ​ບັດ​ພາລະກິດ​ຕໍ່​ສູ້​ກູ​້ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຢ່າງ​ມີ​ໄຊ. ພັກ, ລັດ ​ແລະ ປະຊາຊົນ ຍາມ​​ໃດ​ກໍ​ຈົດ​ຈຳ​ການ​ເສຍສະຫຼະ​ຊີວິດ, ອຸທິດ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ກຳລັງຊາວ​ໜຸ່ມ​ຕະລຸມບອນ ​ໃນ​ບັນດາ​ການ​ຕໍ່ສູ້​ກູ້ຊາດທີ່ໜ້່າເອກ​​ອ້າງ​ທະນົງ​ໃຈຕໍ່​ມູນ​ເຊື້ອ, ຄຸນນະ​ທາດ​ປະຕິວັດ​ອົງ​ສະຫງ່າ​ລາສີຂອງ​ກຳລັງຊາວ​ໜຸ່ມ​ຕະລຸມບອນ”.

ຂ່າວ/ບົດ​ອື່ນ