ພິທີສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ລັດເຊຍ

ພິທີສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ລັດເຊຍ - ảnh 1
(ພິທີສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງ
ສະມາຄົມມິດຕະພາບຫວຽດນາມ-ລັດເຊຍ)


​(vovworld) – ຕອນ​ເຊົ້າ​ວັນ​ທີ 23/05, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໄດ້​ຈັດ​ພິທີຊຸມ​ນຸມມິດ​ຕິງສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ຫວຽດນາມ - ​ໂຊ​ວຽດ, ວັນ​ມູນ​ເຊື້ອ​ສະມາຄົມ​ມິ​ດຕະພາບ​ຫວຽດນາມ - ລັດ​ເຊຍ (23/05/1950 – 23/05/2015). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ, ປະທາ​ນຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ສະຫະພັນ​ລັດ​ເຊຍ. ທີ່​ພິທີ, ບັນດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ຫວນ​ຄື​ນຂີດ​ໝາຍ​ສຳຄັນ, ຈຸດ​ພົ້ນ​ເດັ່ນ​ໃນ​​ໄລຍະ​ຕະຫຼອດ 65 ປີ​ແຫ່ງ​ການ​ພັດທະນາ​ຂອງ​ສະມາຄົມ​ມິດຕະພາບ 2 ປະ​ເທດ. ປະຈຸ​ບັນ, ສະມາຄົມ​ໄດ້​ດຶງ​ດູດ​ອະ​ດີດ​ນັກ​ສຶກສາຂອງ​ມະຫາວິທະ​ໄລ​ໂຊ​ວຽດ/ລັດ​ເຊຍ ​ແລະ ປະຊາ​ຊົນ​ທຸກ​ຊັ້ນ​ວັນນະ​ພາຍ​ໃນ​ປະ​ເທດ​ເຂົ້າ​ຮ່ວມ; ຍາມ​ໃດວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ຄວາມ​ສາມັກຄີ​ມິດ​ຕະພາບ​ລະຫວ່າງ​ຫວຽນາມ - ​ໂຊ​ວຽດ ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່; ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະ​ທຳ​​ເຖິງ​ມວນ​ຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ