ພິທີເປີດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພທຳມະຊາດ ຄັ້ງທີ 11

(VOVWORLD) - ໃນຂອບເຂດການເຄື່ອນໄຫວຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ຫວຽດນາມ ປີ 2017, ວັນທີ 21 ກັນຍາ, ຢູ່ນະຄອນວິງ (ແຂວງເຫງ້ະອານ), ໄດ້ເປີດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພພິບັດທາງທຳມະຊາດ ຄັ້ງທີ 11. 
 

ພິທີເປີດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພທຳມະຊາດ ຄັ້ງທີ 11 - ảnh 1

 ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮ່ວາງວັນຖັ້ງ ຢ້ຽມຊົມບັນດາຮ້າຍວາງສະແດງ (ພາບ: Thanh Tùng-TTXVN)

ກ່າວຄຳເຫັນໃນພິທີເປີດກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮວ່າງວັນທັງ ຖື່ວ່າກອງປະຊຸມແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານໄພທຳມະຊາດ, ພ້ອມທັງຫາບົດຮຽນອັນລ້ຳຄ່າຈາກບັນດາພື້ນຖານເສດຖະກິດ, ເຮັດໃຫ້ຄວາມສາມາດການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດບໍ່ພຽງແຕ່ຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງບັນດາປະເທດ APEC ແລະ ສາກົນນັບມື້ນັບດີຂຶ້ນກວ່າອີກດ້ວຍ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮວ່າງວັນທັງ ປາຖະໜາວ່າ ກອງປະຊຸມເປັນເອກະພາບຂໍ້ສະເໜີແນະລວມສະບັບໜຶ່ງສົ່ງຂັ້ນການນຳບັນດາພື້ນຖານເສດຖະກິດເພື່ອເອົາໃຈໃສ່, ຊຸກຍູ້ບັນດາການເຄື່ອນໄຫວເພີ່ມທະວີການຮ່ວມມືພັດທະນາ ແລະ ການປ່ຽນແປງໃໝ່ດ້ານເຕັກໂນໂລຊີກ້າວໜ້າ ແນໃສ່ໜູນຊ່ວຍວຽກງານປ້ອງກັນ, ຕ້ານໄພທຳມະຊາດລະຫວ່າງເຂດຢູ່ພື້ນຖານເສດຖະກິດ APEC ຢ່າງມີປະສິດທິຜົນ.

ໃນ 2 ວັນ, ແຕ່ວັນທີ 21-22 ກັນຍາ, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພທຳມະຊາດ ຄັ້ງທີ 11 ຈະສຸມໃສ່ບັນດາບັນຫາການເພີ່ມທະວີການຮ່ວມມື ແລະ ການປ່ຽນໃໝ່ດ້ານເຕັກໂນໂລຊີກ້າວໜ້າໜູນຊ່ວຍວຽກງານປ້ອງກັນ, ຕ້ານໄພທຳມະຊາດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ