ພິທີເປີດສະຫຼອງຊາຍ​ຄາ​ຂຽວສະຫະປະຊາຊາດຢູ່ຫວຽດນາມ

ພິທີເປີດສະຫຼອງຊາຍ​ຄາ​ຂຽວສະຫະປະຊາຊາດຢູ່ຫວຽດນາມ - ảnh 1
 ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິງ ແລະ
ທ່ານ​ເລຂາທິການ​​ໃຫຍ່​ສະ​ຫະປະຊາ​ຊາດ Ban Ki moon
(ພາບ: VGP)


​(vovworld) – ​ໃນ​ຂອບ​ເຂດການ​ຢ້ຽມຢາມ​ຫວຽດນາມ, ຕອນ​ເຊົ້າວັນ​ທີ 23/05, ທ່ານ​ເລຂາທິການ​​ໃຫຍ່​ສະ​ຫະປະຊາ​ຊາດ Ban Ki moon ​ໄດ້​ມີ​ການ​​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິງ. ພາຍ​ຫຼັ​ງການ​ເຈລະຈາ, ທ່ານ Ban Ki moon ​ແລະ ທ່ານຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມິງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງຊາຍ​ຄາ​ຂຽວ​ສະຫະ​ປະຊາ​ຊາດ​ແຫ່ງ​ທຳ​ອິດ​ໃນ​​ໂລກຢູ່​ຫວຽດນາມ​. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມິງ ຊີ້​ແຈ້ງວ່າ.

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ຊາຍ​ຄາ​ຂຽວສະຫະ​ປະຊາ​ຊາດ​ຢູ່​ຫວຽດນາມ ​ແມ່ນ​ສັນຍາ​ລັກ​​ແຫ່ງ​ການຮ່ວມ​ມື​ລະຫວ່າງ 2 ຝ່າຍຢ່າງ​ລະອຽດ. ຂ້າພ​ະ​ເຈົ້າ​ກໍ່​ຫວັງ​ວ່າ, ຊາຍ​ຄາ​ດັ່ງກ່າວ​ຈະ​ກໍ່​ແມ່ນ​ສູນ​ຄວາມ​ຮູ້ ​ແລະ ການ​ຮ່ວມ​ມື​ໃຫ້​ແກ່​ການສົ່ງ​ແຫຼ່ງອາລົມກໍ່​ຄື​ການ​ເຄື່ອນ​ໄຫວ. ທຸກ​ສິ່ງ​ທຸກ​ຢ່າງ​​ແມ່ນເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ພັດທະນາ​ຢ່າງ​ໝັ້ນຄົງຂອງຫວຽດນາມ, ​ເພື່ອ​ພົນ​ປະ​ໂຫຍ​ດ​ຂອງປະຊາຊົນ​ຫວຽດນາມ ​ແຕ່ລະຄົນ.”

        ສ່ວນທ່ານເລຂາທິການ​​ໃຫຍ່​ສະ​ຫະປະຊາ​ຊາດ Ban Ki moon  ​ເນັ້ນ​ໜັກ​ວ່າ

        “ຢູ່​ທີ່​ຮ່າ​ໂນ້ຍນີ້, ພວກ​ເພື່ອ​ນ​ໄດ​​້ພິ​ສູດ​ໃຫ້​ໂລກ​ເຫັນ​​ສິ່ງ​ໃດ​ແມ່ນ​ສາມາດ​ເປັນ​ໄປ​ໄດ້. ພວກ​ເພື່ອນ​​ໄດ້​ພິສູດດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ວ່າ, ມີ​ຄວາມ​​​ໃກ້ຊິດ​ສະໜິດສະໜົມ​ກັບ​ສິ່ງ​ແວດ​ລ້ອມ ​ແມ່ນ​ນະ​ໂຍບາຍ​ເສດຖະກິດ​ທີ່​ດີ. ​ຊາຍ​ຄາ​ຂຽວສະຫະ​ປະຊາ​ຊາດ ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເປັນ​ເອກະ​ພາບ​ການ​ເຄື່ອນ​ໄຫວ ​ແລະ ຊີ້​​ໃຫ້​ເຫັນ​ວ່າ ພວກ​ເຮົາ​ມີ​ຄວາມ​​ເຂັ້ມ​ງວດກັບ​ບັນຫາ​ການປ່ຽນ​ແປງ​ດິນ​ຟ້າ​ອາກາດ”.

ຂ່າວ/ບົດ​ອື່ນ