ພິທີໄຂສັບປະດາວັດທະນະທຳ-ທ່ອງທ່ຽວແຫຼມກ່າເມົາ ປີ 2019

(VOVWORLD) -ສັບປະດາວັດທະນະທຳ - ທ່ອງທ່ຽວ ແຫຼມກ່າເມົາ ແມ່ນໂອກາດທີ່ດີເພື່ອແນະນຳ, ໂຄສະນາພາບພົດ ກ່າເມົາ ທີ່ອຸດົມຮັ່ງມີ, ຂະຫຍັນຂັນເຄື່ອນ, ເປີດອົກເປີດໃຈ.

ພິທີໄຂສັບປະດາວັດທະນະທຳ-ທ່ອງທ່ຽວແຫຼມກ່າເມົາ ປີ 2019 - ảnh 1 ພິທີເປີດສະຫຼອງກິດຈະກຳ ເສົາທຸງຮ່າໂນ້ຍ ຢູ່ແຫຼມກ່າເມົາ

(ພາບ: TTXVN)

ຕອນຄ່ຳວັນທີ 10 ທັນວາ, ຢູ່ສວນສາທາລະນະວັດທະນະທຳທ່ອງທ່ຽວ ແຫຼມກ່າເມົາ, ແຂວງກ່າເມົາ, ໄດ້ດຳເນີນພິທີໄຂສັບປະດາວັດທະນະທຳ - ທ່ອງທ່ຽວ ມຸຍກ່າເມົາ ປີ 2019 ດ້ວຍຫົວຂ້ໍວ່າ “ຈຸດນັດພົບ ແຫຼມກ່າເມົາ”. ເຫດການແມ່ນກາລະໂອກາດເພື່ອໃຫ້ບັນດານັກລົງທຶນ, ວິສາຫະກິດແລກປ່ຽນບັນດາມາດຕະການບຸກທະລຸເພື່ອໃຫ້ຂະແໜງທ່ອງທ່ຽວ ກ່າເມົາ ບໍ່ພຽງແຕ່ເຊື່ອມຕໍ່ກັບບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງ ແລະ ທົ່ວປະເທດເທົ່ານັ້ນ, ຫາກຍັງເປີດກາລະໂອກາດຮ່ວມສຳພັນກັບບັນດາປະເທດຢູ່ພາກພື້ນອີກດ້ວຍ.

        ພ້ອມກັບເຫດການສັບປະດາວັດທະນະທຳ - ທ່ອງທ່ຽວ ມຸຍກ່າເມົາ, ແຂວງ ກ່າເມົາ ຍັງຈັດພິທີເປີດສະຫຼອງກິດຈະກຳ ເສົາທຸງຮ່າໂນ້ຍ ຢູ່ແຫຼມກ່າເມົາ. ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ເນັ້ນໜັກວ່າ.

        “ສັບປະດາວັດທະນະທຳ - ທ່ອງທ່ຽວ ແຫຼມກ່າເມົາ ແມ່ນໂອກາດທີ່ດີເພື່ອແນະນຳ, ໂຄສະນາພາບພົດ ກ່າເມົາ ທີ່ອຸດົມຮັ່ງມີ, ຂະຫຍັນຂັນເຄື່ອນ, ເປີດອົກເປີດໃຈ. ພິເສດ, ເນື່ອງໃນໂອກາດເຫດການໂຄສະນາການທ່ອງທ່ຽວສຳຄັນນີ້, ພວກເຮົາຍັງຈັດຕັ້ງພິທີເປີດສະຫຼອງເສົາທຸງກ່າເມົາ ຢ່າງສົມກຽດ ໂດຍອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນະຄອນຮ່າໂນ້ຍ ມອບໃຫ້ກ່າເມົາ. ເສົາທຸງກ່າເມົາ ໄດ້ເປັນສັນຍາລັກກ່ຽວກັບການໂຮມປະເທດຊາດເປັນປຶກໜຶ່ງແຜ່ນດຽວ, ອະທິປະໄຕແຫ່ງຊາດຂອງຫວຽດນາມ ຕື່ມອີກ”.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ແຂວງ ປະຕິບັດແຜນການພັດທະນາ ໄລຍະ 5 ປີ ໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນໜ້າທີ່ລົງທຶນ, ພັດທະນາ, ເລືອກເອົາຂົງເຂດບຸລິມະສິດ ເພື່ອລົງທຶນ.

        “ຍຸດທະສາພັດທະນາຂອງ ກ່າເມົາ ແມ່ນຕ້ອງສຸມໃສ່ບາງເສົາຄໍ້າສໍາຄັນ. ທີໜຶ່ງ ແມ່ນ ຂະແໜງກະສິກໍາທີ່ໝູນໃຊ້ເຕັກໂນໂລຢີສູງ, ພິເສດແມ່ນພັດທະນາການລ້ຽງສິນໃນນໍ້າ. ທີສອງ, ການທ່ອງທ່ຽວ ແມ່ນທິດກ້າວເດີນທີ່ຈະແຈ້ງທີ່ສຸດຂອງ ກ່າເມົາ. ສ້າງກໍາລັງໜູນກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ ແລະ ພ້ອມກັນນັ້ນ ແມ່ນອຸດສາຫະກໍາປຸງແຕ່ງ ເພື່ອຍົກສູງມູນຄ່າຜະລິດຕະພັນກະເສດ. ດັ່່ງນັ້ນ, ເລື່ອງຮັກສາສິ່ງແວດລ້ອມຢູ່ ກ່າເມົາ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ຮັກສາສີຂຽວ ແລະ ຂະຫຍາຍການປູກປ່ານັ້ນ ແມ່ນທິດກ້າວເດີນ ເຊິ່ງທາງແຂວງກໍາລັງປະຕິບັດ ແຕ່ຕ້ອງສືບຕໍ່ປະຕິບັດຢ່າງແຮງກວ່າອີກ”.


ຕອບກັບ

ຂ່າວ/ບົດ​ອື່ນ