ພົນເອກເຈີ່ນດ້າຍກວາງເຮັດວຽກຢູ່ກວາງບິ່ງ

ພົນເອກເຈີ່ນດ້າຍກວາງເຮັດວຽກຢູ່ກວາງບິ່ງ - ảnh 1
(ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ, ກຳມະການ​ກົມ​ການ​ເມືອງ
 ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 22/11, ຢູ່​ນະຄອນ ດົ່ງ​ເຮີ໋ຍ, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ​ເຮັດ​ວຽກ​ກັບ​ຄະນະ​ປະຈຳຄະນະ​ພັກ​ແຂວງ ກວາງ​ບິ່ງ. ທີ່​ການ​ເຮັດ​ວຽກ, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ຕີ​ລາຄາ​ສູງ​ບັນດາ​ໝາກ​ຜົນທີ່​ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ ກວາງ​ບິ່ງ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ ​ແມ່ນ​ແຂວງ​ຮັກສາ​ໄດ້​ລະດັບ​ພັດທະນາ​​ພໍ​ສົມຄວນ, ອັດຕາ​ຫລຸດຜ່ອນ​ຄວາມທຸກ​ຍາກຍັງ​ເຫຼືອ​ພຽງ​ເກືອບ 5% ​ເທົ່າ​ນັ້ນ. ທ່ານ​ພົນ​ເອກ​ ​ເຈີ່​ນດ້າຍ​ກວາງ ສະ​ເໜີ ຄະນະ​ປະຈຳ​​ຄະນະ​ພັກແຂວງ ກວາງ​ບິ່ງ ​​ເບິ່ງ​ແຍງ​ເຖິງວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບອບ​ການ​ເມືອງ ​ເປັນ​ປະຈຳ​, ທ້ອງ​ຖິ່ນ​ສືບ​ຕໍ່​ຍູ້​ໄວ​ການ​ຫັນປ່ຽນ​ກົນ​ໄກ​ເສດຖະກິດ​ຕາມ​ທິດ​ເພີ່ມ​ອັດຕາສ່ວນ​ຂະ​ແໜງ​​ອຸດສາຫະກຳ, ການ​ບໍລິການ ​ແລະ ການທ່ອງທ່ຽວ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການກໍ່ສ້າງ​ໂຄງ​ປະກອບ​ໂຄງ​ລ່າງ​ຄົມມະ​ນາ​ຄົມ; ຜັນ​ຂະ​ຫຍາ​ຍບັນດາ​ໂຄງການ​ຮ່ວມ​ສຳພັນ​ກັບ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສຸມ​ພາຍ​ໃນ​ປະ​ເທດ ​ແລະ ພາກ​ພື້ນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ຕຳຫລວດ ຫວຽດນາມ ​ແລະ ​ແຂວງ ກວາງ​ບິ່ງ ຈະ​​ລົງ​ນາມ​​ໃນຂໍ້ຕົກລົງ​ການ​ຮ່ວມ​ມື ​ເພື່​ອຜ່ານ​ນັ້ນ ຮຽກຮ້ອງ, ດຶງ​ດູດ​ນັກ​ລົງທຶນ, ພິ​ເສດ​ແມ່ນ​ຈາກ​ຕ່າງປະ​ເທດ​ເຂົ້າມາ​ລົງທຶນ​ຢູ່​ທ້ອງ​ຖິ່ນ ​ເພື່​ອ​ແນ​ໃສ່​ຊຸກຍູ້​ກາ​ນພັດທະນາ​​ເສດຖະກິດ - ສັງຄົມ, ​ເຮັດ​ໃຫ້ ກວາງບິ່ງ ຫລຸດ​ພົ້ນ​ອອກຈາກ​ຄວາມທຸກ​ຍາກ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ