ພົບປະສັງສັນບັນດາສະມາຊິກສະພາແຫ່ງຊາດຍິງຊຸດທີ13

ພົບປະສັງສັນບັນດາສະມາຊິກສະພາແຫ່ງຊາດຍິງຊຸດທີ13 - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫຽດນາມ ຫງວຽນ​ທິກີ​ມ​ເງິນ
ກ່າວ​ຄຳ​ເຫັນທີ່ການ​ພົບ​ປະ​ສັງ​ສັນກັບສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ )

(vovworld) – ວັນ​ທີ 20/10, ສູນ​ກາງ​ສະຫະພັນ​ແມ່ຍິງ ຫວຽດນາມ ​ແລະ ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ຫວຽດນາມ ຊຸດ​ທີ 13 ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນກັບສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ​ເນື່ອງ​ໃນ​ໂອກາດ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ສະພາ​ແຫ່ງ​ຊາດ​ເທື່ອ​ທີ 10 ຢູ່​ຮ່າ​ໂນ້ຍ ​ແລະ ສະ​ເຫຼີມສະຫຼອງ​ວັນ​ແມ່ຍິງ ຫວຽດນາມ 20/10. ທີ່​ການ​ພົບ​ປະ​ສັງ​ສັນ, ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ​ແມ່ຍິງ ຫວຽດນາມ ປະຈຸ​ບັນ​ພວມ​ປະກອບສ່ວນ​ສ່ວນໜຶ່ງ​ທີ່ສຳຄັນ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ຫວຽດນາມ ​​ແມ່ນປະ​ເທດ​ມີ​ອັດ​ຕາ​ສ່ວນ​​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ສູງ​ຢູ່​ໃນ​ພາກ​ພື້ນ ​ແລະ ສາກົນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ:

        “ ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຍິງ ​ເຖິງ​ວ່າ ມີ​ຈຳນວນ​ໜ້ອຍກໍ​ຕາມ ​ແຕ່​ອັດຕາສ່ວນ​ກ່າວ​ຄຳ​ເຫັນ ​ແລະ ຄຸນ​ນະພາ​ບຂອງຄຳ​ເຫັນ​ຢູ່​ຫໍ​ປະຊຸມ​ສະພາ​ແຫ່ງ​ຊາດ ​ແລະ ​ໃນ​ການ​ປຶກສາ​ຫາລື​ຢູ່​ຕາມໜ່ວຍ ​ແມ່ນ​ບໍ່ນ້ອຍ​ໜ້າ​ກ່ວາ​ເພດ​ຊາຍ. ​ຫວັງ​ວ່າ: ພວກ​ເຮົາໝົດທຸກ​ຄົນ​ຄວນ​ພ້ອມ​ກັນ​ກະທຳ ​ເພື່ອ​ປະຕິບັດ​​ກົດໝາຍ​ວ່າ​ດ້ວຍ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ. ພວກ​ເຮົາ​ມີ​ສິດ​ຝາກຄວາມ​ຫວັງ, ​ເຊື່ອ​ໝັ້ນ ​ແລະ ກະທຳ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ ​ເພື່​​ອ​​ໃຫ້ແມ່ຍິງ ຫວຽດນາມ ຈະ​ປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ”.


ຂ່າວ/ບົດ​ອື່ນ