ພິມຈໍາໜ່າຍປຶ້ມ “ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ອາລົມຈິດຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ”

(VOVWORLD) -ວັນທີ 20 ມິຖຸນາ, ຢູ່ສໍານັກງານໜັງສືພິມ ເຍິນເຢິນ (ປະຊາຊົນ), ຄະນະໂຄສະນາສຶກສາສູນກາງ, ໜັງສືພິມ ເຍິນເຢິນ ແລະ ໂຮງພິມການເມືອງແຫ່ງຊາດ ສື້ເທິດ ໄດ້ສົມທົບກັນຈັດຕັ້ງພິທີ ສະເໜີປຶ້ມ “ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ອາລົມຈິດຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ”.
ພິມຈໍາໜ່າຍປຶ້ມ “ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ອາລົມຈິດຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ” - ảnh 1ພິທີ ສະເໜີປຶ້ມ “ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ອາລົມຈິດຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ” 

ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ຟ້າມມິງຈິ໊ງ, ກໍາມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ຫງວຽນວັນເນັນ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງ ພັກກອມມູນິດຫວຽດນາມ.

        ປຶ້ມຫົວດັ່ງກ່າວ ໄດ້ເຕົ້າໂຮມບັນດາບົດຂຽນກ່ຽວກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢ່າງເປັນລະບົບ. ຜູ້ແຕ່ງບົດຂຽນນັ້ນແມ່ນ ບັນດານັກວິທະຍາສາດ, ປັນຍາຊົນ, ນັກສິລະປິນວັນນະຄະດີ, ນັກຂ່າວ, ຄູ່ຮ່ວມງານ...

        ຕາງໜ້າກົມການເມືອງ ແລະ ຄະນະເລຂາ, ທ່ານ ຟ້າມມິນຈິ໊ງ ຊົມເຊີຍໜັງສືພິມ ເຍິນເຢິນທີ່ໄດ້ ສົມທົບກັບໂຮງພິມການເມືອງແຫ່ງຊາດ ສື້ເທິດ ຈັດຕັ້ງການຄັດເລືອກຈັດພິມຈໍາໜ່າຍປຶ້ມທີ່ມີຄ່າຫົວນີ້. ຕາມທ່ານ ຟ້າມມິນຈິ໊ງ ແລ້ວ, ປຶ້ມຫົວນີ້ແມ່ນເອກະສານທີ່ລໍ້າຄ່າຂອງບັນດາອົງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນໃນສະພາບການປັດຈຸບັນ, ເມື່ອພັກພວມເພີ່ມທະວີວຽກງານກໍ່ສ້າງ, ປັບປຸງພັກ, ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ເຊີດຊູຄວາມຮັບຜິດຊອບໃນການເປັນແບບຢ່າງ, ຄວາມຮັບຜິດຊອບຂອງຜູ້ນໍາໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ