ພາຍຫຼັງ30ປີແຫ່ງການປ່ຽນໃໝ່ຫວຽດນາມບັນລຸຜົນງານດ້ານເສດຖະກິດສັງຄົມຫຼາຍຢ່າງ

ພາຍຫຼັງ30ປີແຫ່ງການປ່ຽນໃໝ່ຫວຽດນາມບັນລຸຜົນງານດ້ານເສດຖະກິດສັງຄົມຫຼາຍຢ່າງ - ảnh 1
(ພາບປະກອບ)

(vovworld) – ​ພາຍຫຼັງ 30 ​ປີ​​ແຫ່ງການ​ປ່ຽນ​ໃໝ່ຫວຽດນາມ​ ບັນລຸ​​ໄດ້​ຜົນ​ງານ​ດ້ານ​ເສດຖະກິດ​ສັງຄົມຫຼາຍຢ່າງ. ນີ້​ແມ່ນຄຳ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ເວທີ​ປາ​ໄສ​ສະຫຼຸບ 30 ປີ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຫວຽດນາມ, ​ໄລຍະ 1986 – 2015, ​ເຊິ​ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11, ຢູ່​ຮ່າ​ໂນ້ຍ. ​ເວທີ​ປາ​ໄສ​ໂດຍ​ສະ​ຖາ​ບັນ​ເສດຖະກິດ​ຫວຽດນາມ ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ຕີ​ລາຄາ, ສະຫຼຸບ​ໝາກຜົນ​ຂອງວິວັດ​ທະ​ນາ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຜ່ານ​ມາ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ຫວຽດນາມ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ແຮງ, ຈາກ​ປະ​ເທດ​ຂາ​ດ​ແຄນທັນ​ຍາຫານ ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ທັນ​ຍາ​ຫານ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ. ພື້ນຖານ​ເສດຖະກິດ​ເຕີມ​ໂຕ​​ພໍ​ສົມຄວນ​​ເມື່ອ​ທຽບ​ໃສ່​ປະ​ເທດຕ່າງໆ, ນັບ​ມັງ​ເມື່ອ​ພື້ນຖານ​ເສດຖະກິດ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ. ​ໄລ່​ລວມ​ໄລຍະ 1990 – 2010, ການ​ເຕີບ​ໂຕ GDP ຂອງ​ປະ​ເທດ​ບັນລຸ​ສະ​ເລ່ຍ 7,3%. ການ​ຫັນປ​່ຽນ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​​ມີ​ບາດ​ກ້າວ​ດີ​ພໍ​ສົມຄວນ, ອັດຕາສ່ວນ​ປະກອບ​​ເຂົ້າ GDP ບັນດາ​ຂະ​ແໜງ​ອຸດສາຫະກຳ, ກະສິກຳ ​ແລະ ການ​ບໍລິການ​ໄດ້​ມີ​ການ​ປ່ຽນ​ແປງ​ຕາມ​ທິດ​ເໝາະ​ສົມ​ກັບ​ທ່າ​ອ່ຽງພັດທະນາ​ລວມຂອງ​ໂລກ​. ອັດ​ຕາ​ສ່ວນຂອງ​ຂະ​​ແໜງກະສິກຳ​ຫຼຸດ​ລົງ​ແຕ່ 38,7% ​ເມື່ອ​ປີ 1990 ລົງ​​ເຫຼືອ​ພຽງ 18,12% ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ