ມີຄົນເສຍຊີວິດຫຼາຍກວ່າ 10 ຄົນ ໃນເຫດບຸກໂຈມຕີທາງອາກາດ ໂດຍກອງກໍາລັງສາກົນປະຕິບັດ ຢູ່ ອາບການິດສະຖານ

(VOVWORLD) -ການສືບສວນໂດຍ UNAMA ປະຕິບັດ ໃຫ້ຮູ້ວ່າ ມີເດັກນ້ອຍ  10 ຄົນ ເສຍຊີວິດໃນບັນດາການບຸກໂຈມຕີທາງອາກາດນີ້.

ວັນທີ 25 ມີນາ, ສະຫະປະຊາຊາດໃຫ້ຮູ້ວ່າ ມີສາມັນຊົນ ອາບການິດສະຖານ ເສຍຊີວິດຢ່າງໜ້ອຍ 13 ຄົນ, ໃນນັ້ນ, ສ່ວນຫຼາຍແມ່ນເດັກນ້ອຍ ແລະ ມີ 3 ຄົນຖືກຮັບບາດເຈັບ ໃນເຫດບຸກໂຈມຕີທາງອາກາດ ໂດຍ “ບັນດາກອງກໍາລັງສາກົນ” ປະຕິບັດຢູ່ປະເທດນີ້ໃນທ້າຍສັບປະດາແລ້ວນີ້. ຕາມຄະນະໜູນຊ່ວຍຂອງ ສປຊ ປະຈໍາ ອາບການິດສະຖານ (UNAMA) ແລ້ວ, ເຫດບຸກໂຈມຕີທາງອາກາດດັ່ງກ່າວ ໄດ້ເກີດຂຶ້ນໃນຕອນຄໍ່າວັນທີ 22 ມີນາ ແລະ ຕອນເຊົ້າວັນທີ 23 ມີນາ, ເພື່ອແນໃສ່ໜູນຊ່ວຍບັນດາບັ້ນຮົບທາງບົກ, ໂດຍບັນດາກອງກໍາລັງສະໜັບສະໜູນລັດຖະບານ ອາບການິດສະຖານ ປະຕິບັດ, ເພື່ອແນໃສ່ຕ້ານຄືນພວກກະບົດ Taliban ຢູ່່ນະຄອນ Kunduz, ທາງພາກເໜືອຂອງປະເທດນີ້. ການສືບສວນໂດຍ UNAMA ປະຕິບັດ ໃຫ້ຮູ້ວ່າ ມີເດັກນ້ອຍ  10 ຄົນ ເສຍຊີວິດໃນບັນດາການບຸກໂຈມຕີທາງອາກາດນີ້. ອາເມລິກາ ແມ່ນປະເທດໜຶ່ງດຽວໃນພັນທະມິດສາກົນ ຢູ່ ອາບການິດສະຖານ ປະຕິບັດບັນດາການບຸກໂຈມຕີທາງອາກາດເພື່ອໜູນຊ່ວຍລັດຖະບານໃນການປະທະກັນ.

        ໂຄສົກຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ໃຫ້ຮູ້ວ່າ ປັດຈຸບັນ ພັນທະມິດດ້ານການທະຫານພວມດໍາເນີນການສືບສວນກ່ຽວກັບຄະດີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ