ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ

(VOVWORLD) -ໃນບັນຍາກາດຕ້ອນຮັບປີໃໝ່ ຄ,ສ 2024 ຢູ່ຮ່າໂນ້ຍ ໄດ້ມີບັນດາການເຄື່ອນໄຫວ ແລະ ກິດຈະກຳທີ່ດຶງດູດນັກທ່ອງທ່ຽວ
ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ - ảnh 1ເວທີສະແດງສິລະປະຢູ່ບໍລິເວນໜອງຮ່ວານກ່ຽມ

     ຖະໜົນຍ່າງ ແລະ ບໍລິເວນ ອ້ອມແອ້ມໃນເມືອງຮ່ວານກ໋ຽມ ຈະແກ່ຍາວການເຄື່ອນໄຫວຕື່ມອີກ 1 ວັນ ເພື່ອໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວຮ່ວມມ່ວນຊື່ນ ແລະ ທ່ຽວຊົມ (ແຕ່ວັນທີ 29 ທັນວາ 2023 ຫາ 1 ມັງກອນ 2024).  

      ຕອນຄ່ຳວັນທີ 31/12, ຢູ່ບໍລິເວນນີ້ມີ 2 ເວທີສະແດງສິລະປະພິເສດດ້ວຍລາຍການ Countdown ຢູ່ເຂດສະໜາມຫຼວງ  ດົງກິງເງ້ຍທຸກ

    ສະຖານທີ່ຫຼາຍແຫ່ງທີ່ເປັນມໍລະດົກທຳມະຊາດຢູ່ຮ່າໂນ້ຍ ໄດ້ຕົບແຕ່ງປະດັບປະດາ ແລະ ຈັດຕັ້ງການເຄື່ອນໄຫວເພື່ອດຶງດູດນັກທ່ອງທ່ຽວ. ເນື່ອງໃນໂອກາດນີ້, ນັກທ່ອງທ່ຽວສາມາດສຳຜັດກັບບັນດາຜະລິດຕະພັນທ່ອງທ່ຽວໃໝ່ຍາມກາງຄືນ ຢູ່ຮ່າໂນ້ຍ, ເຊັ່ນ: ການທ່ຽວຊົມຍາມກາງຄືນຢູ່ພະລາດຊະວັງທັງລອງ, ວັນມ້ຽວກ໋ວກຕືຢາມ, ຮ່ອງຮອຍປະຫວັດ ສາດຄຸກຫວາລໍ່...

    ຢູ່ເມືອງຊາປາ (ລາວກາຍ), ໃນໂອກາດສົ່ງທ້າຍປີໃໝ່,ຕ້ອຍຮັບປີໃໝ່ ນັກທ່ອງທ່ຽວສາມາດຊົມຕົ້ນດອກສັກກຸຣະ, ຊົມຫິມະ ແລະ ຊົມການຍິງບັ້ງໄຟດອກໃນຄ່ຳຄືນນີ້ເພື່ອສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ 2024.

    ຢູ່ນະຄອນ ໂຮ່ຈີມິນ, ງານບຸນ Countdown ໄດ້ດຳເນີນໃນຄ່ຳຄືນນີ້ (31/12) ຢູ່ຖະໜົນຍ່າງ ຫງວຽນເຫ້ວ. ລາຍການສະແດງຍິງບັ້ງໄຟດອກ ດຳເນີນຢູ່ອຸໂມງແມ່ນ້ຳໄຊງ່ອນ ແລະ ສວນສາທາລະນະ ເດີມແຊນ ທີ່ເມືອງ11. ນອກນີ້, ໃນວັນທີ 1 ມັງກອນນີ້, ກໍດຳເນີນສັບປະດາທ່ອງທ່ຽວ ແລະ ພິທີຕ້ອນຮັບແຂກສາກົນຄົນທຳອິດມາຢາມຫວຽດນາມໃນປີໃໝ່ຢູ່ສະໜາມບິນ ເຕີນເຊີນເຍີດ.

ຕອບກັບ

ຂ່າວ/ບົດ​ອື່ນ