ມີຫຼາຍປະເທດຖອນຕົວອອກຈາກສົນທິສັນຍາທົ່ວໂລກກ່ຽວກັບການອົບພະຫຍົບຂອງ ສປຊ

(VOVWORLD) ລັດຖະບານ ໂປໂລຍ ທີ່ເດີນຕາມແນວທາງຝ່າຍຂວາ ກໍໄດ້ອອກຖະແຫຼງການ ບໍ່ສະໜັບສະໜູນສົນທິສັນຍາທົ່ວໂລກ ກ່ຽວກັບການອົບພະຍົບ ຂອງ ສປຊ ເພາະເຂົາເຈົ້າຖືວ່າ ສົນທິສັນຍາດັ່ງກ່າວບໍ່ຮັບປະກັນຄວາມສະຫງົບແຫ່ງຊາດ ແລະ ອາດຈະນໍາມາເຊິ່ງຂະບວນການອົບພະຍົບຢ່າງຜິດກົດໝາຍ.

ອິດສະຣາແອັນ ແລະ ໂປໂລຍ ແມ່ນສອງປະເທດ ຕໍ່ໄປທີ່ຈະຖອນຕົວອອກຈາກສົນທິສັນຍາທົ່ວໂລກ ກ່ຽວກັບການອົບພະຍົບຂອງ ສປຊ ກ່ອນທີ່ສົນທິສັນຍາໄດ້ຮັບການຮັບຮອງເອົາຄັ້ງສຸດທ້າຍໃນເດືອນ ທັນວາ ຈະມາເຖິງ. ກ່ອນໜ້ານັ້ນ, ອາເມລິກາ, ຮຸງກາຣີ, ໂອຕາລິດ ແລະ ສ.ເຊັກໂກ ກໍມີການຕັດສິນໃຈຄ້າຍຄືກັນ.

        ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າ ປະເທດນີ້ ບໍ່ເຂົ້າຮ່ວມ ແລະ ບໍ່ລົງນາມໃນສົນທິສັນຍາສະບັບດັ່ງກ່າວ. ທ່ານ Netanyahu ຢັ້ງຢືນວ່າ ຈະປ້ອງກັນຊາຍແດນຕໍ່ໜ້າຂະບວນຊາວອົບພະຍົບເຂົ້າເມືອງຜິດກົດໝາຍ. ໃນຂະນະນັ້ນ, ລັດຖະບານ ໂປໂລຍ ທີ່ເດີນຕາມແນວທາງຝ່າຍຂວາ ກໍໄດ້ອອກຖະແຫຼງການ ບໍ່ສະໜັບສະໜູນສົນທິສັນຍາທົ່ວໂລກ ກ່ຽວກັບການອົບພະຍົບ ຂອງ ສປຊ ເພາະເຂົາເຈົ້າຖືວ່າ ສົນທິສັນຍາດັ່ງກ່າວບໍ່ຮັບປະກັນຄວາມສະຫງົບແຫ່ງຊາດ ແລະ ອາດຈະນໍາມາເຊິ່ງຂະບວນການອົບພະຍົບຢ່າງຜິດກົດໝາຍ.


ຕອບກັບ

ຂ່າວ/ບົດ​ອື່ນ