ມອບຫຼຽນ​ທີ່ລະ​ນຶກ ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ ລະ​ຫວ່າງ​ບັນ​ດາ​​ປະ​ຊາຊາດ ໃຫ້​​ຫົວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ ຫວຽດ​ນາມ

(VOVWORLD) -ຕອນຄ່ຳວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ມອບຫຼຽນທີ່ລະນຶກເພື່ອສັນຕິພາບ, ມິດຕະພາບ ລະຫວ່າງບັນດາປະຊາຊາດ ໃຫ້ທ່ານນາງ Caitlin Wiesen ຫົວໜ້າຜູ້ຕາງໜ້າອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ.
ມອບຫຼຽນ​ທີ່ລະ​ນຶກ ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ ລະ​ຫວ່າງ​ບັນ​ດາ​​ປະ​ຊາຊາດ ໃຫ້​​ຫົວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ ຫວຽດ​ນາມ - ảnh 1ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມມອບຫຼຽນທີ່ລະນຶກ ໃຫ້ແກ່ທ່ານນາງ Caitlin Wiesen (ພາບ: TTXVN)

ທ່ານນາງ ຫງວຽນເຟືອງງາ ເນັ້ນໜັກວ່າ ສປຊ ເວົ້າລວມ ແລະ UNDP ເວົ້າສະເພາະມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ ຂອງ ຫວຽດນາມ, ນຳເອົາການໜູນຊ່ວຍທີ່ລ້ຳຄ່າມາໃຫ້ຫວຽດນາມ, ພິເສດແມ່ນໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປະຕິບັດເປົ້າໝາຍ ພັດທະນາສະຫັດສະວັດ (MDGs) ແລະ ເປົ້າໝາຍພັດທະນາແບບຍືນຍົງ (SDGs), ຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ ຄືການປ່ຽນແປງຂອງດິນຟ້າອາກາດ ແລະ ພະຍາດໂຄວິດ - 19. ທ່ານນາງ Caitlin Wiesen ໄດ້ນຳພາກຸ່ມອົງການ UNDP ຫວຽດນາມ ປະກອບສ່ວນເຂົ້າໃນການກໍ່ສ້າງແຜນການກະທຳແຫ່ງຊາດໃນໂຄງການດຳເນີນງານປີ 2030 ກ່ຽວກັບການປະຕິບັດ SDGs. UNDP ຫວຽດນາມ, ພາຍໃຕ້ການຊີ້ນຳນຳພາຂອງທ່ານນາງ Caitlin Wiesen ແລະ ການສົມທົບກັບບັນດາອົງການ, ຄູ່ຮ່ວມມືຫວຽດນາມ ໄດ້ປະຕິບັດ ໂຄງການແຫ່ງຊາດ ປີ 2017 – 2021, ສ້າງໂຄງການແຫ່ງຊາດປີ 2022 – 2026 ສຳເລັດຜົນ, ໃນນັ້ນໄດ້ວາງອອກການກຳນົດທິດຍຸດທະສາດໃຫ້ແກ່ການຮ່ວມມືພັດທະນາລະຫວ່າງ UNDP ແລະ ບັນດາອົງການຫວຽດນາມ. ທ່ານນາງ ຫງວຽນເຟືອງງາ ຫວັງວ່າ UNDP ຈະສືບຕໍ່ສະໜັບສະໜູນຫວຽດນາມ ແລະ ມີການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການຮັກສາສັນຕິພາບ ແລະ ຊຸກຍູ້ການພັນທະນາແບບຍືນຍົງໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ