ມອບຫຼຽນ​ໄຊ “ເພື່ອ​ພາ​ລ​ະ​ກິດ ຊັບ​ພະ​ຍາ​ກອນທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ” ມອບ​ໃຫ້​ຜູ້​ປະ​ສານ​ງານຂອງ ສ​ປ​ຊ ປະ​ຈຳ ຫວຽດ​ນາມ

(VOVWORLD) -ປັດຈຸບັນ, ສປຊ ໄດ້ ແລະ ພວມຮ່ວມເດີນທາງກັບບັນດາອົງການຂອງລັດຖະບານ ຫວຽດນາມ, ໃນນັ້ນ ມີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ປະຕິບັດບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສຸມໃສ່ແຜນການປະຕິບັດຂໍ້ຕົກລົງ ປາຣີ ຂອງຫວຽດນາມ ດ້ວຍຈຸດສຸມແມ່ນການປະກອບສ່ວນ ໂດຍປະເທດຊາດຕັດສິນເອງ.
ມອບຫຼຽນ​ໄຊ “ເພື່ອ​ພາ​ລ​ະ​ກິດ ຊັບ​ພະ​ຍາ​ກອນທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ” ມອບ​ໃຫ້​ຜູ້​ປະ​ສານ​ງານຂອງ ສ​ປ​ຊ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າມອບຫຼຽນໄຊ ໃຫ້ແກ່ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ (ພາບ:  baotainguyenmoitruong.vn)

ວັນທີ 20 ສິງຫາ, ຢູ່ພິທີມອບຫຼຽນໄຊ “ເພື່ອພາລະກິດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ” ໃຫ້ແກ່ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຊີ້ແຈ້ງວ່າ, ດ້ວຍບົດບາດເປັນຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ທ່ານ  Kamal Malhotra ໄດ້ຕັ້ງໜ້າຊຸກຍູ້ໂຄງການດຳເນີນງານຂອງ ສປຊ ເພື່ອແນໃສ່ຊ່ວຍຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດຢ່າງມີປະສິດທິຜົນກ່ວາ, ກໍ່ຄືການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ສິ່ງແວດລ້ອມຜ່ານແຜນການຍຸດທະສາດລວມ ໄລຍະ 2017 – 2021 ລະຫວ່າງລັດຖະບານ ຫວຽດນາມ ແລະ ສປຊ ປະຈຳ ຫວຽດນາມ. ປັດຈຸບັນ, ສປຊ ໄດ້ ແລະ ພວມຮ່ວມເດີນທາງກັບບັນດາອົງການຂອງລັດຖະບານ ຫວຽດນາມ, ໃນນັ້ນ ມີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ປະຕິບັດບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສຸມໃສ່ແຜນການປະຕິບັດຂໍ້ຕົກລົງ ປາຣີ ຂອງຫວຽດນາມ ດ້ວຍຈຸດສຸມແມ່ນການປະກອບສ່ວນ ໂດຍປະເທດຊາດຕັດສິນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ