ມາເລເຊຍ ພ້ອມແລ້ວທີ່ຈະສືບຕໍ່ການເຄື່ອນໄຫວຊອກຫາເຮືອບິນ MH 370 ທີ່ຫາຍສາບສູນ

(VOVWORLD) - ມາເລເຊຍ ຄາດວ່າ ຈະຊຳລະເງິນໃຫ້ເລື່ອງບໍລິສັດເຂົ້າຮ່ວມການຊອກຫາເຮືອບິນ MH 370 ຖ້າຫາກເຂົາເຈົ້າກຳນົດໄດ້ຈຸດທີ່ຕັ້ງຂອງເຮືອບິນຫາຍສາບສູນລຳດັ່ງກ່າວ.

ວັນທີ 03 ມີນາ, ທ່ານລັດຖະມົນຕີກະຊວງຄົມມະນາຄົມ ມາເລເຊຍ Anthony Loke ຖະແຫຼງວ່າ ກົວລາລຳເປີ ພວມຊັ່ງຊາສືບຕໍ່ການເຄື່ອນໄຫວຊອກຫາເຮືອບິນຂອງບໍລິສັດການບິນ ມາເລເຊຍ ທີ່ມີໝາຍເລກ MH370 ທີ່ຖືກຫາຍສາບສູນກ່ອນນີ້ 5 ປີ ຖ້າຫາກບັນດາບໍລິສັດຊອກຫາສາມາດຍົກອອກບັນດາຂໍ້ສະເໜີຢ່າງເໝາະສົມ ແລະ ມີເປັນໜ້າໄວ້ວາງໃຈ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ເຫດການໜຶ່ງທີ່ດຳເນີນຢູ່ນະຄອນຫລວງ ກົວລາລຳເປີ ໃນໂອກາດ 5 ປີທີ່ເຮືອບິນ MH 370 ຫາຍສາບສູນ, ທ່ານລັດຖະມົນຕີກະຊວງຄົມມະນາຄົມ ມາເລເຊຍ Anthony Loke ໃຫ້ຮູ້ວ່າ: ມາເລເຊຍ ຄາດວ່າ ຈະຊຳລະເງິນໃຫ້ເລື່ອງບໍລິສັດເຂົ້າຮ່ວມການຊອກຫາເຮືອບິນ MH 370 ຖ້າຫາກເຂົາເຈົ້າກຳນົດໄດ້ຈຸດທີ່ຕັ້ງຂອງເຮືອບິນຫາຍສາບສູນລຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ