ມາເລເຊຍ,ອາເມລິກາເຫັນດີຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ

(VOVWORLD) -ໃນຂອບເຂດການຢ້ຽມຢາມອາເມລິກາຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak ແຕ່ວັນທີ 11 -13 ກັນຍາ, ມາເລເຊຍ ແລະ ອາເມລິກາ ຄາດວ່າຈະເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ. 
ມາເລເຊຍ,ອາເມລິກາເຫັນດີຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ - ảnh 1ທ່ານ ນາຍົກລັດຖະມົນຕີ ມາເລເຊຍ Najib ແລະ ປະທານາທິບໍດີ ອາເມລິກາ Donald Trump  

ໃນຖະແຫລງການຮ່ວມພາຍຫລັງການພົບປະລະຫວ່າງນາຍົກລັດຖະມົນຕີ ມາເລເຊຍ Najib ແລະ ປະທານາທິບໍດີ ອາເມລິກາ Donald Trump ຢູ່ ວໍຊິງຕັນ ເມື່ອວັນທີ 13 ກັນຍາ, ສອງຝ່າຍໃຫ້ຮູ້ວ່າ: ຈະເພີ່ມທະວີການຮ່ວມມື ເພື່ອແນໃສ່ຕ້ານຄືນໄພນາບຂູ່ພວມເພີ່ມຂຶ້ນຈາກ ອົງການ IS ແລະ ພວກຕີນມືຂອງເຂົາຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ມາເລເຊຍ ກໍ່ໃຫ້ຄຳໝັ້ນສັນຍາຫນູນຊ່ວຍມະນຸດສະທຳຈຳນວນເງິນ 1 ລ້ານ USD ໃຫ້ແກ່ບັນດາພາກພື້ນໄດ້ຮັບການປົດປ່ອຍອອກຈາກ IS. ກ່ຽວກັບການພົວພັນດ້ານປ້ອງກັນຊາດສອງຝ່າຍ, ການນຳສອງທ່ານ ໄດ້ເນັ້ນຫນັກເຖິງລະດັບຄວາມສຳຄັນຂອງເລື່ອງເປີດກວ້າງການຮ່ວມມືໃນບັນດາຂົງເຂດບຸລິມະສິດ. ສອງຝ່າຍມີຄຳໝັ້ນສັນຍາຍູ້ແຮງບັນດາການເຄື່ອນໄຫວຊ້ອມຮົບ ແລະ ຝຶກອົບຮົມຮ່ວມ. ກ່ຽວຂ້ອງເຖິງ ອາຊຽນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ແລະ ປະທານາທິບໍດີ ອາເມລິກາ ຢືນຢັນ ສະຫນັບສະຫນູນບັນດາຄວາມມານະພະຍາຍາມລວມ ເພື່ອພັດທະນາປະຊາຄົມ ອາຊຽນ ອີງໃສ່ບັນດາຫລັກການ, ການສະຫນັບສະຫນູນ ຮັກສາບົດບາດໃຈກາງຂອງ ອາຊຽນ ໃນໂຄງສ້າງຂອງພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ