ມາເລເຊຍຮັບຕຳແໜ່ງ ປະທານອາຊຽນປີ 2015


ມາເລເຊຍຮັບຕຳແໜ່ງ ປະທານອາຊຽນປີ 2015 - ảnh 1
(ພາບປະກອບ)

(vovworld)– ວັນ​ທີ 13/11, ມາ​ເລ​ເຊຍ​ ​ໄດ້​ຮັບ​ຕຳ​ແໜ່​ງປະທານ​ອາ​ຊຽນປີ 2015 ຈາກ​ມຽນມາ, ​ໃຫ້​ຄຳໝັ້ນສັນຍາ​ຈະ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນທີ່ຖືປະຊາຊົນ​ເປັນ​ໃຈກາງ. ພິທີ​ຮັບ​ຕຳ​ແໜ່​ງ​ຖືກ​ດຳ​ເນີນທີ່​ວາລະ​ອັດ​ກອງ​ປະຊຸມ​ຂັ້ນສູງ​ອາຊຽນຄັ້ງທີ 25 ຢູ່​ສູນ​ກອງ​ປະຊຸມ​ສາກົນ ທີ່​ນະຄອນຫຼວງ Ney Pyi Taw ປະ​ເທດ​ມຽນມາ. ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີມາ​ເລ​​ເຊຍ Najib Razak ຢືນຢັນ​ວ່າ: ຈຸດໝາຍກ່ຽວ​ກັບ​ປະຊາ​ຄົມ​ເອກະ​ພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ ບໍ່​ພຽງ​ແຕ່​ແມ່ນ​ວິ​ໄສ​ທັດ​ຂອງ​ມາ​ເລ​ເຊຍ ​ເທົ່າ​ນັ້ນ, ຫາກ​ແມ່ນ​ຂອງ​ທຸກ​ປະ​ເທດ​ສະມາຊິກ​ອາ​ຊຽນອີກ​ດ້ວຍ. ​ໂດຍ​ແມ່ນ​ປະທານ​ຜັດປ່ຽນຂອງ​ອາ​ຊຽນ, ມາ​ເລ​ເຊຍ ຈະ​ສືບ​ຕໍ່​ເຮັດ​ວຽກ​ເພື່ອ​ບັນລຸ​​ວິ​ໄສ​ທັດ ​ແລະ ບັນດາ​ໂຄງການ​ດຳ​ເນີນ​ງານ​ທີ່​ໄດ້​ວາງ​ອອກ​ໃນ​ຊຸມ​ປີ​ຕໍ່​ໄປ. ວຽກ​ງານ​ໃນ​ປີໜ້າ​ຂອງ​ມາ​ເລ​ເຊຍ ​ແມ່ນ​ຊຸກຍູ້​ອາຊຽນ ຫຍັບ​ມໍ່​ເຂົ້າກັບ ປຊຊ ກ່ວາ​ອີກ ​ແລະ ອາ​ຊຽນ ຕ້ອງການ​ແຜນການ​ໂຄສະນາ​ທີ່​ມີ​ປະສິດທິ​ຜົນ​ກ່ວາ​ອີກ​ເພື່ອ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ໃນ​ປະຊາ​ຄົມ./.

ຂ່າວ/ບົດ​ອື່ນ