ຢູ່ຫວຽດນາມບໍ່ມີສິ່ງທີ່ເອີ້ນວ່ານັກໂທດມະໂນທຳ

(VOVWORLD) -ວັນທີ 5 ເມສາ ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ປະຊຸມສານ ພິພາກສາ ຈຳເລີຍ 6 ຄົນ ລວມມີ: ຫງວຽນວັນດາຍ, ເລທິທູຮ່າ, ຫງວຽນບັກຈວຽນ, ຫງວຽນຈູງໂຕນ, ຟ້າມວັນໂຈ້ຍ ແລະ ເຈືອງມີງດຶກ ດ້ວຍການກະທຳຜິດ “ໂຄ່ນລົ້ມອຳນາດການປົກຄອງປະຊາຊົນ” ພວມດຳເນີນຢູ່ ຮ່າໂນ້ຍ. 

ຢູ່ຫວຽດນາມບໍ່ມີສິ່ງທີ່ເອີ້ນວ່ານັກໂທດມະໂນທຳ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ 

ພາບ:ອິນເຕີແນັດ

ກ່ອນຫນ້ານັ້ນ ມີບາງອົງການຈັດຕັ້ງຕ່າງປະເທດ ໄດ້ອອກສຽງຮຽກຮ້ອງຫວຽດນາມ ຈົ່ງປ່ອຍຕົວບັນດາຜູ້ຄົນເຫລົ່ານັ້ນຢ່າງທັນທີ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງ ວ່າ:

        “ຂ້າພະເຈົ້າປະຕິເສດບາງຂ່າວຄາວທີ່ຜິດຄວາມຈິງ ແລະ ຂາດພາວະວິໄສ. ຢູ່ ຫວຽດນາມ ບໍ່ມີສິ່ງທີ່ເອີ້ນວ່າ ນັກໂທດມະໂນທຳ, ບໍ່ມີເລື່ອງ ຜູ້ທີ່ສະແດງທັດສະນະຂອງຕົນພັດຖືກກັກຂັງ. ກໍ່ເຊັ່ນດຽວກັນກັບທຸກປະເທດໃນໂລກ, ຢູ່ ຫວຽດນາມ ບັນດາການກະທຳລະເມີດກົດໝາຍຈະຖືກປັບໄຫມລົງໂທດຕາມກົດໝາຍ. ຂ້າພະເຈົ້າຢືນຢັນວ່າ ການຮັບປະກັນ ແລະ ຊຸກຍູ້ບັນດາສິດທິມະນຸດ ນັ້ນແມ່ນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ, ປະຕິບັດຢ່າງສອດຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍຫວຽດນາມ ກໍ່ຄືບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ຊື່ງຫວຽດນາມ ເປັນສະມາຊິກ. ບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນຂົງເຂດຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ”

        ກ່ຽວຂ້ອງເຖິງຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະຈີນ, ເມື່ອເຕື້ອງເຖິງທັດສະນະຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ຢືນຢັນ: ຫວຽດນາມ ຖືວ່າ ບັນດາບັນຫາເກີດຂຶ້ນໃນການພົວພັນດ້ານການຄ້າລະຫວ່າງບັນດາປະເທດ ຕ້ອງໄດ້ຮັບການແກ້ໄຂສອດຄ່ອງກັບການກຳນົດຂອງອົງການການຄ້າໂລກ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍກ່ຽວຂ້ອງ, ປະກອບສ່ວນໃຫ້ແກ່ການຮ່ວມມື, ພັດທະນາ ແລະ ວັດທະນາຖາວອນຢູ່ພາກພື້ນກໍ່ຄືໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ