ຢູ​ແກຼນ ຍົກ​ອອກ​ເງື່ອນ​ໄຂ​ເພື່ອ​ພິ​ຈາ​ລະ​ນາການ​ເຈ​ລະ​ຈາ “ຢ່າງ​ເຂັ້ມ​ງວດທີ່​ສຸດ”

(VOVWORLD) -ໃນບົດກ່າວປາໄສທີ່ໄດ້ຍົກອອກມາໃນວັນທີ 17 ມັງກອນ ຢູ່ Kiev, ທ່ານ Sergei Nikiforov ເລຂາຮັບຜິດຊອບວຽກງານການຂ່າວຂອງປະທານາທິບໍດີ ຢູແກຼນ ໄດ້ຍົກອອກເງື່ອນໄຂເພື່ອພິຈາລະນາການເຈລະຈາ ກັບ ລັດເຊຍ ຢ່າງເຂັ້ມງວດ.
 ຢູ​ແກຼນ ຍົກ​ອອກ​ເງື່ອນ​ໄຂ​ເພື່ອ​ພິ​ຈາ​ລະ​ນາການ​ເຈ​ລະ​ຈາ “ຢ່າງ​ເຂັ້ມ​ງວດທີ່​ສຸດ” - ảnh 1ພົນທະຫານ ລັດເຊຍ ລາດຕະເວນຢູ່ ຢູແກຼນ (ພາບ:Reuters)

ຕາມທ່ານ Sergei Nikiforov ແລ້ວ, ປັດຈຸບັນ ມົດສະກູ ບໍ່ຢາກດຳເນີນ “ການເຈລະຈາທີ່ແທ້ຈິງ”, ພຽງແຕ່ຢາກໃຫ້ ຢູແກຼນ ຕົກລົງຕໍ່ເນື້ອໃນສຸດທ້າຍທີ່ໄດ້ຍົກອອກມາ. ທ່ານໃສ່ໃຈວ່າ ຢູແກຼນ ບໍ່ໄດ້ປະຕິເສດການເຈລະຈາ, ແຕ່ “ບັນດາການເຈລະຈານີ້ ຄວນອີງໃສ່ບາງຫຼັກການໃດໜຶ່ງ”, ນັ້ນແມ່ນ “ເຄົາລົບກົດບັດ ສປຊ, ເຄົາລົບຜືນແຜນດິນອັນຄົບຖ້ວນ ແລະ ອະທິປະໄຕຂອງ ຢູແກຼນ, ຫຼັກການສິດອຳນາດ; ຊົດເຊີຍຜົນເສຍຫາຍ, ກໍຄື ຮັບປະກັນວ່າ ບໍ່ໃຫ້ສິ່ງຄ້າຍຄືກັນນີ້ເກີດຂຶ້ນຕື່ມ”. ທ່ານ Nikiforov ຢັ້ງຢືນວ່າ “ນີ້ແມ່ນຫຼັກການພື້ນຖານ, ທົ່ວໄປ, ໝູນໃຊ້ໄດ້ໃນທຸກກໍລະນີ. ຖ້າຫາກວ່າ ການເຈລະຈາຕ່າງໆລ້ວນແຕ່ອີງໃສ່ບັນດາຫຼັກການເຫຼົ່ານັ້ນ, ຢູແກຼນ ຈະພິຈາລະນາກ່ຽວກັບຄວາມອາດສາມາດເຈລະຈາຢ່າງເຂັ້ມງວດທີ່ສຸດ”.

ນັກຂ່າວ VOV ປະຈຳ ລັດເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ