ລັດຖະບານຝລັ່ງອອກຄຳສັ່ງເຕືອນໄພ

ລັດຖະບານຝລັ່ງອອກຄຳສັ່ງເຕືອນໄພ - ảnh 1
ໂຮງ​ຮຽນມັດ​ທະ​ຍົມ​ຕອນ​ປາຍ Alexis de Tocqueville 
(ພາບ: Google Street View)

(vovworld) - ວັນ​ທີ 16/03, ລັດ​ຖະ​ບານ​ຝ​ລັ່ງ ໄດ້​ອອກ​ຄຳ​ສັ່ງ​ເຕືອນ​ໄພ ພາຍ​ຫຼັງ​ເກີດ​ເຫດ​ບຸກ​ໂຈມ​ຕີຢ​ູ່​ໂຮງ​ຮຽນມັດ​ທະ​ຍົມ​ຕອນ​ປາຍ Alexis de Tocqueville ​ໃນ​ເທດ​ສະ​ບານ​ເມືອງ Grasse, ທາງ​ພາກ​ໃຕ້​ປະ​ເທດນີ້. ຄຳ​ສັ່ງ​​ເຕືອນ​ໄພຖືກ​ຍົກ​ອອກ​ມາ​ໃນ​ລະ​ບົບ ​ຖືກ​ລັດ​ຖະ​ບານ​ຝ​ລັ່ງ ນຳ​ໃຊ້ ແລະ ຮັກ​ສາ​​ໄວ້ພາຍ​ຫຼັງ​ບັນ​ດາ​ເຫດ​ບຸກ​ໂຈ​ມ​ຕີ​​ຢ່າງນອງ​ເລືອດ​ເມື່ອ​ເດືອນ 11/2015 ຢູ່​ນະ​ຄອນ​ຫຼວງ​ປາ​ຣີ ແລະ ເຫດບ​ຸກ​ໂຈມ​ຕີ​ເມື່ອ​ປີ 2016 ຢູ່​ນະ​ຄອນ Nice, ທາງ​ພາກ​ໃຕ້​ຝ​ລັ່ງ.

        ຕາມ​ແຈ້ງ​ການ​ຂອງ​ສຳ​ນັກ​ງານ​ບໍ​ລິ​ຫານ Grasse, ມີ​ນັກ​ຮຽນ 2 ຄົນ​ໄດ້​ຍິງ​ປືນ​ເຮັດ​ໃຫ​້​ຮອງຜູ້​ອຳ​ນວຍ​ການ​ຂອງ​ໂຮງ​ຮຽນຖ​ືກ​ຮັບ​ບາດ​ເຈັບ, ​​ຫຼັງ​ຈາກນັ້ນນັກ​ຮຽນ​ອາ​ຍຸ 17 ປີ​ຖືກ​ຈັບ​ຕົວ, ​ສ່ວນ​ຜູ້​ຍັງ​ເຫຼືອ​ພວມ​​ໜີ​ໄປ. ເຫດ​ການ​ດັ່ງ​ກ່າວເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 8 ຄົນ​ຮັບ​ບາດ​ເຈັບ. ເຈົ້າ​ໜ້າ​ທີ່​ຝ​ລັ່ງ ຢືນ​ຢັນ​ວ່າ, ເຫ​ດ​ຍິງ​ປືນ​ດັ່ງ​ກ່າວບໍ່​ກ່ຽວ​ຂ້ອງ​ເຖິງ​ການກໍ່​ການ​ຮ້າຍ.


ຂ່າວ/ບົດ​ອື່ນ