ລັດຖະບານຫວຽດນາມສົ່ງສານເຖິງWEFກ່ຽວກັບຄວາມຕັດສິນໃຈປ່ຽນໃໝ່ປະເທດແລະເຊື່ອມໂຍງກັບສາກົນ

ລັດຖະບານຫວຽດນາມສົ່ງສານເຖິງWEFກ່ຽວກັບຄວາມຕັດສິນໃຈປ່ຽນໃໝ່ປະເທດແລະເຊື່ອມໂຍງກັບສາກົນ - ảnh 1
ທ່ານ ຫງວຽນ​ຈີ໋ຢຸງ, ​ເອກ​ອັກຄະ​ລັດຖະທູດ
ຫົວໜ້າ​ຄະນະ​ປະຕິບັດ​ງານ​ຫວຽດນາມ​ຢູ່​ ເຊີ​ແນວ
(ພາບ: TTXVN)

(vovworld) - ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ຝ່າຍ​ບໍລິຫານເວທີ​ປາ​ໄສ​ເສດຖະກິດ​ໂລກ Klaus Schwab (WEF), ວັນ​ທີ 18/1, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນ Davos , ປະ​ເທດ​ ສະ​ວິດ​. ​ເມື່ອ​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນ​ກ່ອນ​ທີ່​ຈັດ​ກອງ​ປະຊຸມ, ທ່ານ ຫງວຽນ​ຈີ໋ຢຸງ, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ປະຕິບັດ​ງານ​ຫວຽດນາມ​ຢູ່​ ເຊີ​ແນວ, ປະ​ເທດ ສະ​ວິດ, ​ໃຫ້​ຮູ້​ວ່າ, ນັບ​ແຕ່​ເຂົ້າ​ຮ່ວມ WEF ​ເມື່ອ​ປີ 1989, ການ​ພົວພັນ​ລະ​ຫວ່າງ ຫວຽດນາມ - WEF ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ຫຼາຍ​ດ້ານ. ຍາມ​ໃດ ຫວຽດນາມ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂໍ້​ລິ​ເລີ່​ມຂອງ WEF ຢ່າງ​ມີ​ປະສິດທິ​ຜົນ. ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ WEF ​ເທື່ອ​ລະ​ກ້າວ, ​ແລະ 11 ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ຂອງ ຫວຽດນາມ ​ໄດ້​ກາຍ​ເປັນ​ສະມາຊິກ WEF. ທ່ານ​ເອກ​ອັກຄະ​ລັດຖະທູດ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ Davos 2017 ມີ​ຫົວ​ຂໍ້​ວ່າ “ການ​ນຳ​ມີ​ການ​ກະທຳ ​ແລະ ມີ​ຄວາມ​ຮັບຜິດຊອບ“ ກໍ່​​ເໝາະ​ສົມ​ກັບ​ຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ​ໃນ​ການ​ກໍ່ສ້າງ​ລັດຖະບານ​ແຫ່ງ​ຄວາມ​ບໍລິສຸດ, ສ້າງສາ​ພັດທະນາ, ກະທຳ, ຮັບ​ໃຊ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ.

        ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຈະ ສົ່ງ​ສານ​ຢ່າງ​ແຮງ​ເຖິງ WEF ກ່ຽວ​ກັບ​ແນວທາງ, ການ​ກຳນົດ​ທິດ, ນະ​ໂຍບາຍ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ ຕໍ່​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດຢ່າງຮອບດ້ານ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ໄລຍະ 2016-2020. ທ່ານ​ນາຍົກລັດຖະມົນຕີ ກໍ່​ຈະ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ກໍ່ສ້າງ​ລັດຖະບານ​ແຫ່ງ​ການ​ກະທຳ ​ແລະ ສ້າງສາ​ພັດທະນາ, ຍົກ​ສູງ​ບົດບາດ​ທີ່​ຕັ້ງ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ໃນ​ອາຍຸ​ການ​ໃໝ່, ​ໃນ​ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ຢ່າງຮອບດ້ານ, ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ສາກົນ, ປະກອບສ່ວນ​ຊຸກຍູ້​ການ​ລົງທຶນ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ແຖວ​ໜ້າ​ໂລກ​ເຂົ້າ ຫວຽດນາມ
ຂ່າວ/ບົດ​ອື່ນ