ລັດຖະບານອະນຸມັດຜ່ານຫຼາຍນະໂຍບາຍໜູນຊ່ວຍການພັດທະນາຂະແໜງຂຸດຄົ້ນທາງທະເລ

(VOVWORLD) -ນາຍົກລັດຖະມົນຕີຫາກໍເຊັນອະນຸມັດຜ່ານແຜນຮ່າງພັດທະນາຂະແໜງຂຸດຄົ້ນທາງທະເລ ແລະ ອົງການຈັດຕັ້ງນຳຊາວປະມົງໄປຂຸດຄົ້ນ, ປຸງແຕ່ງສິນໃນນ້ຳຢູ່ບາງເຂດທະເລຂອງບາງປະເທດ
ລັດຖະບານອະນຸມັດຜ່ານຫຼາຍນະໂຍບາຍໜູນຊ່ວຍການພັດທະນາຂະແໜງຂຸດຄົ້ນທາງທະເລ - ảnh 1 (ພາບປະກອບ: petrotimes.vn)

ເພື່ອແນໃສ່ພັດທະນາຂະແໜງຂຸດທາງຄົ້ນທະເລຢູ່ບັນດາເຂດທະເລສາກົນ, ພັດທະນາເສດຖະກິດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນ, ຊຸກຍູ້ການເຊື່ອມໂຍງ ແລະ ພັດທະນາການຮ່ວມມືກັບສາກົນ.

        ນັບແຕ່ນີ້ຮອດປີ 2020, ແຜນຮ່າງຈັດຕັ້ງຮູບແບບທົດລອງຢູ່ 3 ແຂວງ (ຄື: ກວາງງ້າຍ, ຕ່ຽນຢາງ, ບາເຣ້ຍ - ວູງເຕົ່າ) ເພື່ອນຳວິສາຫະກິດ, ຊາວປະມົງ ໄປຮ່ວມມືຂຸດຄົ້ນ, ເກັບຊື້, ປຸງແຕ່ງ, ຈຳໜ່າຍຜະລິດຕະພັນ ແລະ ລ້ຽງປູກສິນໃນນ້ຳຢູ່ບາງປະເທດທີ່ໄດ້ມີຂໍ້ຕົກລົງຮ່ວມມືດ້ານອາຊີບຫາປາກັບຫວຽດນາມ ຄື: ບຣູໄນ, ປາປົວນິວກິເນຍ ແລະ ໄມໂຄນີເຊຍ.

        ນັບແຕ່ປີ 2020 – 2025, ຈັດຕັ້ງການເປີດກວ້າງຮູບແບບການຮ່ວມມືຮ່ວມສຳພັນໄປຍັງບັນດາປະເທດໃນພາກພື້ນ, ບັນດາປະເທດໝູ່ເກາະຢູ່ມະຫາສະມຸດປາຊີຟິກ, ບັນດາປະເທດມີຂໍ້ຕົກລົງ, ຮ່ວມມືດ້ານອາຊີບຫາປາກັບຫວຽດນາມ ແລະ ບັນດາເຂດທະເລໂດຍບັນດາອົງການຈັດຕັ້ງອາຊີບຫາປາໃນພາກພື້ນຄຸ້ມຄອງ (WCPFC, IOTC).

ຕອບກັບ

ຂ່າວ/ບົດ​ອື່ນ