ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ້ອນ​ໂຮມ​ຊາດ ສ.ເກົາຫຼ​ີ​ຄົນ​ໃໝ່​ເນັ້ນ​ໜັກ​ເຖິງ​ແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​​ເຈ​ລະ​ຈາ​ກັບ ​ສ​ປ​ປ.ເກົາຫຼີ

(VOVWORLD) -ວັນທີ 6 ກໍລະກົດ, ທ່ານ Lee In-yong ຜູ້ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ຈາກທ່ານປະທານາທິບໍດີ ສ.ເກົາຫຼີໄດ້ ເນັ້ນໜັກວ່າ ຕ້ອງສືບຕໍ່ເຈລະຈາ ກັບສປປ.ເກົາຫຼີ ໃນບໍ່ວ່າສະພາບການໃດ. 
ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ້ອນ​ໂຮມ​ຊາດ ສ.ເກົາຫຼ​ີ​ຄົນ​ໃໝ່​ເນັ້ນ​ໜັກ​ເຖິງ​ແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​​ເຈ​ລະ​ຈາ​ກັບ ​ສ​ປ​ປ.ເກົາຫຼີ - ảnh 1ທ່ານ Lee In-yong ລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ  (ພາບ: Yonhap/TTXVN)

ທ່ານ Lee In-yong ກໍ່ຢັ້ງຢືນວ່າຈະຊອກຫາວິທີການທີ່ມີຫົວຄິດປະດິດສ້າງ ເພື່ອບັນລຸໄດ້ສັນຕິພາບກັບສປປ.ເກົາຫຼີ ແລະ ຮຽກຮ້ອງໃຫ້ ສປປ.ເກົາຫຼີ ຄວນຈຳກັດທຸກໆການກະທຳທີ່ກໍ່ຄວາມເຄັ່ງຕຶງດ້ານການທະຫານ.

        ທ່ານ Lee In-yong ຍົກຄຳເຫັນດັ່ງກ່າວຕໍ່ວົງການນັກຂ່າວ ເມື່ອມາເຮັດວຽກຢູ່ຫ້ອງການເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຂຶ້ນກັບ ກະຊວງທ້ອນໂຮມປະເທດຊາດ ຄັ້ງທຳອິດ ນັບແຕ່ເວລາທ່ານ ປະທານາທິບໍດີ Moon Jae-in ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງດັ່ງກ່າວໃນວັນທີ 3 ກໍລະກົດທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ