ລັດເຊຍ, ຈີນ ຮຽກຮ້ອງ ອີຣານ ປະຕິບັດຂໍ້ຕົກລົງນິວເຄຼຍ

(VOVWORLD) -ວັນທີ 01 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ໃຫ້ຮູ້ວ່າ ປະເທດນີ້ ໄດ້ລື່ນກາຍລະດັບສະສົມ uranium ຕາມການກໍານົດຂອງຂໍ້ຕົກລົງແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ແມ່ນ 300 kg. 

        ທ່ານ ກໍກ່າວເຕືອນວ່າ ອີຮານ ຈະຜະລິດ uranium ຢູ່ໃນລະດັບສູງກວ່າ 3,67% ຖ້າຫາກວ່າ ບັນດາປະເທດ ເອີຣົບ ບໍ່ກອບກູ້ໄດ້ຂໍ້ຕົກລົງນິວເຄຼຍ.

        ໂດຍມີປະຕິກິລິຍາຕໍ່ບົດກ່າວປາໄສຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ, ວັນທີ 02 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຮຽກຮ້ອງໃຫ້ ອີຣານ “ບໍ່ປ່ອຍໃຫ້ອາລົມຄອບງໍາ” ແລະ ສືບຕໍ່ປະຕິບັດຂໍ້ຕົກລົງນິວເຄຼຍ.

        ໃນຂະນະນັ້ນ, ວັນທີ 02 ກໍລະກົດ, ໂຄສົກກະຊວງການຕ່າງປະເທດ ຈີນ ເກີ໋ງສາງ ໄດ້ສະແດງຄວາມເສຍດາຍຕໍ່ການຕັດສິນໃຈຂອງ ອີຣານ ພ້ອມທັງຮຽກຮ້ອງບັນດາຝ່າຍທັງໝົດ ຈົ່ງພິຈາລະນາບັນຫານີ້ ດ້ວຍແງ່ຫວັງທີ່ຍາວໄກ, ຮອບດ້ານ, ລະງັບໃຈ ແລະ ພ້ອມກັນຮັກສາຂໍ້ຕົກລົງ JCPOA ເພື່ອບໍ່ປະໃຫ້ສະພາບຄວາມເຄັ່ງຕຶງປີນຂັ້ນໄດ.


ຕອບກັບ

ຂ່າວ/ບົດ​ອື່ນ