ລັດ​ເຊຍ, ຈີນ ແລະ ອີ​ຣານ ເລີ່ມ​ຊ້ອມ​ຮົບ​ຮ່ວມ​ຢູ່​ອ່າວ ໂອ​ມານ

(VOVWORLD) - ວັນທີ 12 ມີນາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍ, ຈີນ ແລະ ອີຣານ ເລີ່ມຊ້ອມຮົບຮ່ວມຢູ່ອ່າວ ໂອມານ ແຕ່ວັນທີ 11 ມີນາ.
ລັດ​ເຊຍ, ຈີນ ແລະ ອີ​ຣານ ເລີ່ມ​ຊ້ອມ​ຮົບ​ຮ່ວມ​ຢູ່​ອ່າວ ໂອ​ມານ - ảnh 1ການຊ້ອມຮົບຮ່ວມລະຫວ່າງບັນດາປະເທດຢູ່ ອ່າວ ໂອມານ (ພາບ: Anadolu Agency)

ການຊ້ອມຮົບມີຊື່ລັບວ່າ ແລວຄວາມໝັ້ນຄົງໃນການເດີນເຮືອປີ 2024 ຈະແກ່ຍາວຮອດວັນທີ ທີ 15 ມີນາ, ໂດຍສຸມໃສ່ການປົກປ້ອງການເຄື່ອນໄຫວເສດຖະກິດໃນການເດີນເຮືອ, ຕ້ານໂຈນສະຫຼັດ, ກູ້ໄພກູ້ຊີບ. ລັດເຊຍ ເຂົ້າຮ່ວມການຊ້ອມຮົບດ້ວຍກ່ຳປັ່ນ Varyag ແລະ ກ່ຳປັນຕິດຕາມ Shaposhnikov ຈາກກອງເຮືອຮົບ ປາຊີຟິກ. ຝ່າຍ ອີຣານ ມີກໍ່າປັ່ນ 10 ລຳ ແລະ ເອລີກອບເຕີທະຫານເຮືອ 3 ລຳ. ຝ່າຍ ຈີນ ໄດ້ຈັດສົ່ງກ່ຳປັ່ນຂັບໄລ່ 1 ລຳ, ເຮືອຮົບ 1 ລຳ ແລະ ກ່ຳປັ່ນພະລາທິການ 1 ລຳ.

        ກະຊວງປ້ອງກັນປະເທດ ລັດເຊຍ ກໍໃຫ້ຮູ້ວ່າ ກອງທັບເຮືອບັນດາປະເທດ ປາກິດສະຖານ, ກາຊັກສະຖານ, ອາເຊັກໄບຢານ, ໂອມານ, ອິນເດຍ ແລະ ອາຟະລິກາໃຕ້ ໄດ້ແຕ່ງຕັ້ງຜູ້ຕາງໜ້າໄປຕິດຕາມການຊ້ອມຮົບດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ