ລັດເຊຍ ຈະສະໜອງປະລິມານອາຍແກັດໃຫ້ເອີລົບຫຼາຍເທົ່າທີ່ຕອບຈະສາມາດເຮັດໄດ້

(VOVWORLD) - ທ່ານ Peskov ໄດ້ເນັ້ນໜັກວ່າ: ບັນດາຄຳສັ່ງລົງໂທດຂອງ ເອີລົບ ໄດ້ຈຳກັດຄວາມສາມາດດ້ານເຕັກນິກເພື່ອສົ່ງອາຍແກັດຫຼາຍສຸດ
ລັດເຊຍ ຈະສະໜອງປະລິມານອາຍແກັດໃຫ້ເອີລົບຫຼາຍເທົ່າທີ່ຕອບຈະສາມາດເຮັດໄດ້ - ảnh 1
ກຳມະກອນຢູ່ສະຖານທີ່ສົ່ງອາຍແກັດ ໃກ້ກັບເທດສະບານ Kingisepp, Leningrad, ປະເທດລັດເຊຍ
(ພາບ: Reuters)

ວັນທີ 27 ກໍລະກົດ, ທ່ານ Dmitry Peskov, ໂຄສົກວັງ Kremlin ໃຫ້ຮູ້ວ່າ: ກຸ່ມບໍລິສັດພະລັງງານ Gazprom ຂອງປະເທດນີ້ພວມສະໜອງປະລິມານ ອາຍແກັດ ຫຼາຍເທົ່າທີ່ສາມາດເຮັດໄດ້. ເມື່ອຕີລາຄາກ່ຽວກັບແນວຄວາມຄິດທີ່ວ່າ: ມົດສະກູ ຈຳກັດແຫຼ່ງສະໜອງອາຍແກັດໃຫ້ແກ່ ເອີລົບ ຢູ່ໃນລະດັບຕ່ຳສຸດຈົດຮອດເວລາທີ່ ອີຢູ ຍົກເລີກຄຳສັ່ງລົງໂທດ, ທ່ານ Peskov ເວົ້າວ່າ: “ນີ້ແມ່ນການພົວພັນທີ່ຜິດພາດ”. ທ່ານ Peskov ໄດ້ເນັ້ນໜັກວ່າ: ບັນດາຄຳສັ່ງລົງໂທດຂອງ ເອີລົບ ໄດ້ຈຳກັດຄວາມສາມາດດ້ານເຕັກນິກເພື່ອສົ່ງອາຍແກັດຫຼາຍສຸດ ແລະ ເມື່ອວຽກງານການສ້ອມແປງປະຕິບັດສຳເລັດນັ້ນ, Gazprom “ຈະສົ່ງປະລິມານອາຍແກັດໃຫ້ຫຼາຍກ່ວາອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ