ລັດເຊຍ ຮຽກຮ້ອງ ອິດສະຣາແອັນ ຢຸດຕິບັນດາການບຸກໂຈມຕີທາງອາກາດໂດຍພະລະການ ເລັ່ງໃສ່ຊີຣີ

(VOVWORLD) -ລັດເຊຍໄດ້ຮຽກຮ້ອງ ອິດສະຣາແອນ ຢຸດຕິການບຸກໂຈມຕີ ເຊິ່ງ ມົດສະກູ ເອີ້ນວ່າ ແມ່ນການບຸກໂຈມຕີທາງອາກາດໂດຍພະລະການ ເລັ່ງໃສ່ ຊີຣີ.

        ວັນທີ 23 ມັງກອນ, ພາຍຫຼັງກອງທັບອາກາດ ອິດສະຣາແອັນ ບຸກໂຈມຕີບັນດາກໍາລັງ ອີຣານ ຢູ່ ຊີຣີ ມາເປັນເວລາ 2 – 3 ວັນ, ລັດເຊຍໄດ້ຮຽກຮ້ອງ ອິດສະຣາແອນ ຢຸດຕິການບຸກໂຈມຕີ ເຊິ່ງ ມົດສະກູ ເອີ້ນວ່າ ແມ່ນການບຸກໂຈມຕີທາງອາກາດໂດຍພະລະການ ເລັ່ງໃສ່ ຊີຣີ.

        ສໍານັກຂ່າວສານ TASS ໄດ້ຄັດສະເໜີຄໍາເວົ້າຂອງທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ໂດຍໃຫ້ຮູ້ວ່າ: “ເລື່ອງດໍາເນີນການບຸກໂຈມຕີທາງອາກາດໂດຍພະລະການ ເລັ່ງໃສ່ຜືນແຜ່ນດິນທີ່ມີອະທິປະໄຕຂອງປະເທດໜຶ່ງ, ໃນກໍລະນີນີ້ ພວກຂ້າພະເຈົ້າຢາກເວົ້າເຖິງຊີຣີ, ແມ່ນຕ້ອງໄດ້ຮັບການຍົກເລີກ”. ຕາມທ່ານນາງ Zakharova ແລ້ວ, ບັນດາການບຸກໂຈມຕີຄືແນວນັ້ນ ແມ່ນເຮັດໃຫ້ຄວາມເຄັ່່ງຕຶງຢູ່ພາກພື້ນເພີ່ມຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ