ລັດເຊຍ ຮຽກຮ້ອງປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງອາບການິດສະຖານ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຮຽກຮ້ອງໃຫ້ບັນດາປະເທດບໍ່ໄດ້ສວຍໃຊ້ອາບການິດສະຖານ ເພື່ອປະຕິບັດຈຸດປະສົງທາງດ້ານການເມືອງ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງອາບການິດສະຖານ.

ລັດເຊຍ ຮຽກຮ້ອງປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງອາບການິດສະຖານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov

(ພາບ: AFP/TTXVN)

ວັນທີ 09 ພະຈິກ, ໃນບົດກ່າວປາໄສໄຂການເຈລະຈາສັນຕິພາບຄັ້ງທີ 2 ກ່ຽວກັບອາບການິດສະຖານ ຢູ່ນະຄອນຫຼວງມົດສະກູ, ປະເທດລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ໄດ້ສະແດງໃຫ້ເຫັນຫຼັກໝັ້ນຂອງລັດເຊຍ ທີ່ສະໜັບສະໜູນເລື່ອງປົກປັກຮັກສາປະເທດອາບການິດສະຖານ ເອກະພາບ ແລະ ບໍ່ສາມາດຕັດແຍກອອກຈາກກັນໄດ້, ເຊິ່ງແມ່ນບ່ອນທີ່ບັນດາກຸ່ມເຜົ່າພັນສາມາດຄົງຕົວໃນສັນຕິພາບ ແລະ ມີຄວາມວັດທະນາຖາວອນນຳກັນ. ບັນດາປະເທດຖືກເຊີນເຂົ້າຮ່ວມເຫດການນີ້ຄື: ອາເມລິກາ, ອິນເດຍ, ອີຣານ, ຈີນ... ລ້ວນແຕ່ເຫັນດີກັບວິທີສຳພັດດັ່ງກ່າວ.

        ການເຈລະຈາສັນຕິພາບກ່ຽວກັບອາບການິດສະຖານ ເລີ່ມດຳເນີນຢູ່ນະຄອນຫຼວງມົດສະກູ, ປະເທດລັດເຊຍ ໃນວັນທີ 09 ພະຈິກ, ເພື່ອແນໃສ່ເລີ່ມປະຕິບັດວິວັດທະນາການເຈລະຈາໂດຍກົງລະຫວ່າງອຳນາດການປົກຄອງ Kabul ແລະ ພວກກະບົດ Taliban. ນີ້ແມ່ນຄັ້ງທຳອີດມີຄະນະຜູ້ແທນຂອງຂະບວນການອິດສະລາມ Taliban ເຂົ້າຮ່ວມການເຈລະຈາຫຼາຍຝ່າຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ