ລັດເຊຍ ໃຫ້ຄຳໝັ້ນສັນຍາ ຂົນສົ່ງເຊື້ອໄຟໃຫ້ແກ່ ຮຸງກາຣີ

(VOVWORLD) - ທ່ານ ລັດຖະມົນຕີການຕ່າງປະເທດ ຮຸງກາຣີ Peter Szijjarto   ເນັ້ນໜັ້ກວ່າ ຄວາມໝັ້ນຄົງດ້ານພະລັງງານຂອງ ຮຸງກາຣີ ລວມທັງແຫຼ່ງສະໜອງເຊື້ອໄຟ, ປັດຈຸບັນ ແມ່ນຍັງເປັນປົກກະຕິ.
ລັດເຊຍ ໃຫ້ຄຳໝັ້ນສັນຍາ ຂົນສົ່ງເຊື້ອໄຟໃຫ້ແກ່ ຮຸງກາຣີ - ảnh 1ບໍລິສັດກັ່ນນ້ຳມັນຂອງລັດເຊຍ
(ພາບ The Moscow Times/TTXVN)

ວັນທີ 19 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ Peter Szijjarto  ເນັ້ນໜັກວ່າ ລັດເຊຍ ໃຫ້ຄຳໝັ້ນສັນຍາສືບຕໍ່ຂົນສົ່ງເຊື້ອໄຟໄປຍັງ ຮຸງກາຣີ ແລະ ກຸ່ມບໍລິສັດພະລັງງານ Gazprom ຈະປະຕິບັດພັນທະນີ້ ຕາມສັນຍາທີ່ໄດ້ລົງນາມກັບປະເທດເອີຣົບກາງນີ້.

        ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ Peter Szijjarto  ໃຫ້ຮູ້ວ່າ ທ່ານ Alexey Miller ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດ Gazprom  ແລະ ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Alexander Novak ກໍລ້ວນແຕ່ໄດ້ຢັ້ງຢືນກັບທ່ານໃນການເຈລະຈາທາງໂທລະສັບວ່າ ບໍລິສັດນີ້ ຈະປະຕິບັດບັນດາພັນທະກັບ ຮຸງກາຣີ ທີ່ໄດ້ລະບຸໃນສັນຍາສະບັບນັ້ນ. ທ່ານ ລັດຖະມົນຕີການຕ່າງປະເທດ ຮຸງກາຣີ Peter Szijjarto   ເນັ້ນໜັ້ກວ່າ ຄວາມໝັ້ນຄົງດ້ານພະລັງງານຂອງ ຮຸງກາຣີ ລວມທັງແຫຼ່ງສະໜອງເຊື້ອໄຟ, ປັດຈຸບັນ ແມ່ນຍັງເປັນປົກກະຕິ.

        ຕາມຂໍ້ຕົກລົງກັບ Gazprom ທີ່ໄດ້ລົງນາມໃນປີ 2021, ແຕ່ລະປີ, ຮຸງກາຣີ ຈະຮັບເຊື້ອໄຟ ຈຳນວນ 3,5 ຕື້ແມັດກ້ອນ  ໂດຍຜ່ານປະເທດ ບຸນກາຣີ ແລະ ເຊີເບຍ ຕາມຂໍ້ຕົກລົງໄລຍະຍາວກັບ ລັດເຊຍ ແລະ ເພີ່ມ 1 ຕື້ແມັດກ້ອນຜ່ານທໍ່ສົ່ງນ້ຳມັນຈາກ ໂອຕາລິດ.

 

ຕອບກັບ

ຂ່າວ/ບົດ​ອື່ນ