ລັດ​ເຊຍ​ຊຸກ​ຍູ້​ລັດທິຫຼາຍ​ຝ່າຍ ເພື່ອ​ການ​ພັດ​ທະ​ນາ ແລະ ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ ​ມີຢ່າງ​ສະ​ເໝີ​ພາບ

(VOVWORLD) - ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ ລັດເຊຍ ສຸມໃສ່ ການຮ່ວມມືຢ່າງຕັ້ງໜ້າ, ມີຫົວຄິດປະດິດສ້າງ ກັບທຸກປະເທດທີ່ມີຄວາມສົນໃຈ
ລັດ​ເຊຍ​ຊຸກ​ຍູ້​ລັດທິຫຼາຍ​ຝ່າຍ ເພື່ອ​ການ​ພັດ​ທະ​ນາ ແລະ ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ ​ມີຢ່າງ​ສະ​ເໝີ​ພາບ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

 ວັນທີ 1 ມັງກອນ, ໃນບົດກ່າວປາໄສເນື່ອງໃນໂອກາດປະເທດນີ້ ເລີ່ມດຳລົງ ຕຳແໜ່ງເປັນປະທານກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS,  ລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຼິກກາໃຕ້), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກວ່າ: ທິດນຳຂອງລັດເຊຍ ໃນອາຍຸການດຳລົງຕຳແໜ່ງເປັນປະທານໝູນວຽນ BRICS ໃນປີ 2024 ຈະແມ່ນເພີ່ມທະວີ ລັດທິຫຼາຍຝ່າຍ ເພື່ອການພັດທະນາ ແລະ ຄວາມໝັ້ນຄົງທົ່ວໂລກ ຢ່າງສະເໝີພາບ”. ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ ລັດເຊຍກໍ່ສຸມໃສ່ ການຮ່ວມມືຢ່າງຕັ້ງໜ້າ, ມີຫົວຄິດປະດິດສ້າງ ກັບທຸກປະເທດທີ່ມີຄວາມສົນໃຈ.

 ໃນປີດຳລົງຕຳແໜ່ງປະທານ BRICS ລັດເຊຍຈະເພີ່ມທະວີບົດບາດຂອງອົງການ ໃນລະບົບການເງິນ ແລະ ເງິນຕາສາກົນ. ມົດສະກູ ກໍ່ຈະສືບຕໍ່ມານະພະຍາຍາມຮ່ວມມືກັບບັນດາສະມາຊິກໃນຂົງເຂດການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການເງິນ ກໍ່ຄືວັດທະນະທຳ. ທ່ານເນັ້ນໜັ້ກ ຈະໃຫ້ບຸລິມະສິດເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຢີສູງ, ການແພດ, ຊີວະພາບ, ກໍ່ຄືໃນຂົງເຂດວັດທະນະທຳ, ກິລາ, ການແລກປ່ຽນຊາວໜຸ່ມ ແລະ ພົບປະປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ