ລັດເຊຍສະເໜີຕິດຕໍ່ກັບອາເມລິກາກ່ຽວກັບການບຸກໂຈມຕີທາງອາກາດຢູ່ຊີຣີ

ລັດເຊຍສະເໜີຕິດຕໍ່ກັບອາເມລິກາກ່ຽວກັບການບຸກໂຈມຕີທາງອາກາດຢູ່ຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ Sergei Lavrov
(ພາບ: Wochit)

(vovworld) – ​​ໃນ​ການ​ກະທຳທີ່​ຮັບ​ການ​ຮັບ​ຮູ້ ວ່າ​ເພື່ອແນ​ໃສ່​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ໃສ່​ບັນດາມື​ປືນຂຶ້ນ​ກັບ​ອົງການ “ລັດ​ ອິດສລາມ” (IS) ອ້າງ​ຊື່​ເອງ, ​ລັດ​ເຊຍ ​ໄດ້​ສະ​ເໜີ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບຄວາມ​ສາມາດ​ສ້າງ​ຕັ້ງ​ຊ່ອງ​ຕິດ​ຕໍ່​ດ້ານ​ການທະຫານ​ໂດຍ​ກົງກ່ຽວ​ກັບ​​ການ​ບຸກ​ໂຈມ​ຕີ​ທາງ​ອາກາດຕ່າ​ງໆ​​ໃນ​ອະນາຄົດ​ມໍ່ໆ​ນີ້. ວັນ​ທີ 5/10 ສື່ສານ ລັດ​ເຊຍ ​ໃຫ້ຂ່າວ​ວ່າ: ທ່ານ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ປະ​ເທດ​ນີ້ Sergei Lavrov ​ແຈ້ງ​ໃຫ້​ຮູ້​ວ່າ: ມົດ​ສະ​ກູ​ ຍົກອອກ​ຂໍ້​ສະ​ເໜີ​ດັ່ງກ່າວກັບ ວໍ​ຊິງ​ຕັນ. ທ່ານ Sergei Lavrov ລັດ​ເຊຍ ກໍ​ຢືນຢັນ​ວ່າ: ປະ​ເທດ​ນີ້ ພ້ອມ​ແລ້ວທີ່​ຈະ​ສ້າງ​​ບັນດາ​ສາຍ​ຕິດ​ຕໍ່​ກັບ​ກຸ່ມ​ກອງ​ກັບ​ເສລີ ຊີຣີ (FSA) ຝ່າຍ​ຄ້ານຢູ່ ຊີຣີ. ນອກ​ນັ້ນ ກໍ​ໃຫ້​ຮູ້​ວ່າ: ປະຈຸ​ບັນ Iraq ຍັງ​​ບໍ່​ທັນສະ​ເໜີ​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຕ້ານ IS ​ໃນ​ເຂດ​ດິນ​ແດນ​ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ.

        ​ກ່ຽວຂ້ອງ​ເຖິງ​​ການ​ບຸກ​ໂຈມ​ຕີ​ທາງ​ອາກາດຕ່າງໆ​ຢູ່ ຊີຣີ, ​ໃນ​ວັນ​ດຽວ​ກັນ, ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ​ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ບັນດາ​ເຮືອບິນ​ທະຫານ​ປະ​ເທດ​ນີ້​ໄດ້​ດຳ​ເນີນ​ ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ໃສ່​ສະຖານ​ທີ່ 9 ​ແຫ່ງ​ຂອງ IS.

 

 

 

ຂ່າວ/ບົດ​ອື່ນ