ລາຍການສະແດງສິລະປະບົດເພງຊາຍແດນ

(VOVWORLD) -ນີ້ແມ່ນການເຄື່ອນໄຫວແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2019).

ລາຍການສະແດງສິລະປະບົດເພງຊາຍແດນ - ảnh 1 ລາຍການສະແດງສິລະປະບົດເພງຊາຍແດນ

(ພາບ: qdnd.vn)

ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ໂຮງລະຄອນ VOV, ເຮືອນເລກທີ 58 ຖະໜົນກວ໊ານຊື໊, ຮ່າໂນ້ຍ, ສະມາຄົມໜູນຊ່ວຍຄອບຄົວນັກສົບເສຍສະຫຼະຊີວິດເພື່ອຊາດຫຽດນາມ ໄດ້ຈັດລາຍການສະແດງຄວາມຮູ້ບຸນຄຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ດ້ວຍຫົວຂໍ້ວ່າ “ບົດເພງຊາຍແດນ”. ນີ້ແມ່ນການເຄື່ອນໄຫວແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2019). ເຂົ້າຮ່ວມລາຍການມີທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ພ້ອມກັບບັນດາແມ່ຫວຽດນາມ ວິລະຊົນ, ຍາດຕິພີ່ນ້ອງບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.

        ທີ່ລາຍການ, ຜູ້ຕາງໜ້າສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ແລະ ບັນດານັກອຸປະຖຳ ໄດ້ມອບປື້ມບັນຊີເງິນຟາກປະຢັດເພື່ອສະແດງຄວາມຮູ້ບຸນຄຸນບັນດາແມ່ຫວຽດນາມ ວິລະຊົນ, ມອບເຮືອນແຫ່ງສາຍຈິດມິດໃຈ 3 ຫຼັງ ແລະ ມອບຂອງຂວັນໃຫ້ແກ່ຍາດຕິພີ່ນ້ອງບັນດາຄອບຄົວມີນັກຮົບເສຍສະຫຼະຊີວິດເພື່ອຊາດ. ພ້ອມທັງປຸກລະດົມເປີດປະຕູຖານຂໍ້ມູນຮັບການສະໜັບສະໜູນບໍລິຈາກຂອງທົ່ວສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ