ລາຍການແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ “ເພື່ອກຳປັ່ນເດີນທະເລ”

ລາຍການແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ “ເພື່ອກຳປັ່ນເດີນທະເລ” - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມລາຍການ​ແລກ​ປ່ຽນ​ສະແດງ​ສິ​ລ​ະປະດ້ວຍ​ຫົວ​ຂໍ້ “ເພື່ອ​ກຳ​ປັ່ນ​ເດີນ​ທະ​ເລ”

(vovworld)- ຕອນ​ຄ່ຳ​ວັນ​ທີ 22/11, ຢູ່​ຮ່າ​ໂນ້ຍ, ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ ແລະ ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ລາຍການ​ແລກ​ປ່ຽນ​ສະແດງ​ສິ​ລ​ະປະດ້ວຍ​ຫົວ​ຂໍ້ “ເພື່ອ​ກຳ​ປັ່ນ​ເດີນ​ທະ​ເລ” ແນ​ໃສ່​ເຊີດ​ຊູ, ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ກົມ​ກອ​ງກອງ​ທັບ, ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຊຶ່ງ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ​ຊ່ວຍ​ເຫຼືອ​ພໍ່​ແມ່​ພີ​ນ້ອງ​ຊາວ​ປະ​ມົງ​ປະ​ກອບ​ອາ​ຊີບ​ການ​ປະ​ມົງ, ພ້ອມ​ທັງ​ເປັນ​ການຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ. ລາຍ​ການ​ຍັງ​ເປັນ​ການ​ດຶງ​ດູດ​ການ​ປະ​ກອບ​ສ່ວນ, ສົ່ງ​ເສີ​ມ​ບັນ​ດາ​ວິ​ສາ​ຫະ​ກິດ, ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ພ້ອມ​ກັບ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງທ້ອງ​ຖິ່ນ​ຂັ້ນ​ຕ່າງໆ ຈົ່ງ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ເພື່ອ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ເດີນ​ທະ​ເລ​ປະ​ກອບ​ອາ​ຊີບ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຊາດ. 

ຂ່າວ/ບົດ​ອື່ນ