ລາວ - ກຳປູເຈຍ ສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍ

(VOVWORLD) - ສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ລົງທຶນ..
ລາວ - ກຳປູເຈຍ ສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍ - ảnh 1ການເຈລະຈາລະຫວ່າງການນຳລາວ ແລະ ກຳປູເຈຍ
(ພາບ:VOV-Vientiane)

ໃນຂອບເຂດການ ຢ້ຽມຢາມ ລາວ ຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Techo Hun sen, ສອງຝ່າຍໄດ້ລົງນາມ ຂໍ້ຕົກລົງຮ່ວມມືທີ່ສຳຄັນ ເພື່ອຮັດແໜ້ນ, ເສີມຂະຫຍາຍ ການພົວພັນມິດຕະພາບ, ຄວາມສາມັກຄີຖືເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງລະຫວ່າງສອງປະເທດກວ່າອີກ. ທີ່ການພົບປະເຈລະຈາໄດ້ດຳເນີນໃນ ຕອນບ່າຍວັນທີ 13 ກຸມພາ ຢູ່ນະຄອນຫຼວງວຽງຈັນ, ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Samdech Techo ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເປັນເອກະພາບກັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍ ບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ລົງທຶນ...

        ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ລົງນາມສັນຍາຊາຍແດນ ລະຫວ່າງ ລາວ ແລະ ກຳປູເຈຍ (ໄດ້ສຳເລັດວຽກງານແບ່ງເຂດປັກຫຼັກແດນ 86% ແລ້ວ) ແລະ ແຜນການດຳເນີນງານລວມ ລະຫວ່າງ ລາວ ແລະ ກຳປູເຈຍ ໄລຍະ 2023 – 2027.

ຕອບກັບ

ຂ່າວ/ບົດ​ອື່ນ