ວົງການນັກຊ່ຽວຊານ, ນັກຮຽນຮູ້ຢູ່ ສິງກະໂປ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

(VOVWORLD) - ບັນດາຜູ້ຊ່ຽວຊານກໍ່ຖືວ່າ: ເລື່ອງສອງປະເທດ ຫວຽດນາມ ແລະ ອົດສະຕາລີ ຍົກລະດັບການພົວພັນ ກໍເປັນການປະກອບສ່ວນສັງລວມເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ ໃນໄລຍະຈະມາເຖິງ.

ວົງການນັກຊ່ຽວຊານ, ນັກຮຽນຮູ້ຢູ່ ສິງກະໂປ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ພ້ອມກັບຄູ່ໝັ້ນ  ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ. ພາບ: Dương Giang/TTXVN

ວົງການນັກຊ່ຽວຊານ, ນັກຮຽນຮູ້ຢູ່ ສິງກະໂປ ສະແດງຄວາມສົນໃຈ ແລະ ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ອົດສະຕາລີຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສຸງ ຫວຽດນາມ ຫວ່າງແລ້ວນີ້, ໃນນັ້ນຫວຽດນາມ ແລະ ອົດສະຕາລີ ໄດ້ປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດຫນ້າປະຫວັດສາດໃຫມ່ໃນການພົວພັນສອງຝ່າຍໃຫ້ນັບມື້ນັບລວງເລິກ, ມີປະສິດທິຜົນ ແລະ ແທດຈິງກວ່າໃນອະນາຄົດ.

          ປອ ເລຮົ່ງຫຽບ, ຜູ້ຊ່ຽວຊານຢູ່ສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ (ISEAS - Yusof Ishak Institute), ສິງກະໂປ ເນັ້ນຫນັກວ່າ ເລື່ອງຍົກການພົວພັນຂຶ້ນສູ່ລະດັບສູງສຸດ ຈະຊ່ວຍສ້າງເງື່ອນໄຂໃຫ້ແກ່ການເພີ່ມທະວີການພົວພັນສອງຝ່າຍໃນໄລຍະຈະມາເຖິງ. ນອກນັ້ນ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຄັ້ງນີ້ ກໍ່ສະແດງໃຫ້ເຫັນບົດບາດ, ທີ່ຕັ້ງສາກົນນັບມື້ນັບສູງຂອງຫວຽດນາມ ພ້ອມທັງສະແດງໃຫ້ເຫັນຄວາມສຳຄັນພວມເພີ່ມຂຶ້ນຂອງຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງ ອົດສະຕາລີ.

ປອ ເຈີນທິບິກ, ຊ່ຽວຊານຢູ່ ມະຫາວິທະຍາໄລແຫ່ງຊາດ ສິງກະໂປ(Lee Kuan Yew School of Public Policy - National University Singapore), ກໍຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ອົດສະຕາລີຂອງທ່ານນາຍົກລັດຖະມົນຕີ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ. ເລື່ອງຮ່ວມມືກັບອົດສະຕາລີ ຈະປະກອບສ່ວນຫລາຍສົມຄວນເຂົ້າໃນການພັດທະນາເສດຖະກິດ, ການກຳນົດທິດຫັນປ່ຽນພະລັງງານສະອາດ ແລະ ພື້ນຖານເສດຖະກິດດິຈີຕອນຂອງ ຫວຽດນາມ.

ບັນດາຜູ້ຊ່ຽວຊານກໍ່ຖືວ່າ: ເລື່ອງສອງປະເທດຍົກລະດັບການພົວພັນ ກໍເປັນການປະກອບສ່ວນສັງລວມເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ