ວັນທີ 10 ມີນາ, ສປປ.ເກົາຫຼີ ຈັດການເລືອກຕັ້ງສະພາແຫ່ງຊາດ

(VOVWORLD) -ວັນທີ 10 ມີນາ, ສປປ.ເກົາຫຼີ ໄດ້ຈັດການເລືອກຕັ້ງສະພາປະຊາຊົນສູງສຸດ (ສະພາແຫ່ງຊາດ) ເພື່ອເລືອກເຟັ້ນບັນດາຜູ້ແທນດ້ວຍອາຍຸການ 5 ປີ.

ເຫດການການເມືອງດັ່ງກ່າວໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ປັບປຸງຄວາມສາມັກຄີແຫ່ງຊາດ, ພິເສດແມ່ນໃນສະພາບການນຳສປປ.ເກົາຫຼີ Kim Jong un ພວມເລືອກເຟັ້ນການພັດທະນາເສດຖະກິດແມ່ນໜ້າທີ່ຮີບດ່ວນຂອງປະເທດນີ້ ໃນຈຸດເວລາປະຈຸບັນ. ບັນດາຜູ້ສະໝັກເລືອກຕັ້ງໃນຄັ້ງນີ້ແມ່ນກຳມະກອນ, ຊາວກະສິກອນ, ປັນຍາຊົນ ແລະ ທະຫານ, ແມ່ນບັນດາຜູ້ມີຄວາມມານະພະຍາຍາມເພື່ອປົກປ້ອງອຸດົມຄະຕິຂອງການນຳສປປ.ເກົາຫຼີ Kim Jong un, ຕໍ່ສູ້ໃຫ້ແກ່ການພັດທະນາປະເທດຊາດ.

        ໜັງສືພິມ Rodong Sinmun (ອົງການກະບອກສຽງຂອງພັກແຮງງານສປປ.ເກົາຫຼີ) ໄດ້ເນັ້ນໜັກວ່າ, ການເລືອກຕັ້ງຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນຄວາມຢືດໝັ້ນໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນຢ່າງແຮງຂອງປະຊາຊົນຕໍ່ການນຳສູງສຸດໃນການຮັບມືກັບບັນດາສິ່ງທ້າທາຍເຊິ່ງປະເທດພວມປະເຊີນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ