ວັນທີ 22/8 ແມ່ນວັນໄວ້ທຸກລະດັບຊາດເພື່ອອາໄລຫາບັນດາຜູ້ຮັບເຄາະຮ້າຍຈາກອຸບັດຕິເຫດເຮືອບິນ MH 17 ຕົກ

ວັນທີ 22/8 ແມ່ນວັນໄວ້ທຸກລະດັບຊາດເພື່ອອາໄລຫາບັນດາຜູ້ຮັບເຄາະຮ້າຍຈາກອຸບັດຕິເຫດເຮືອບິນ MH 17 ຕົກ - ảnh 1
(ພາບປະກອບ)

(vovworld)- ທ່ານ​ຮອງ​ນາຍົກລັດຖະມົນຕີມາ​ເລ​ເຊຍ Muhyiddin Yassin ​ໄດ້​ປະກາດ​ເມື່ອ​ວັນ​ທີ 14/8 ວ່າ ປະ​ເທດ​ນີ້​ໄດ້​ເລືອກ​ເອົາ​ວັນ​ທີ 22/8 ​ແມ່ນ​ວັນ​ໄວ້​ທຸກ​ລະດັບ​ຊາດ​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ຮັບ​ເຄາະ​ຮ້າຍ ມາ​ເລ​ເຊຍ​ທີ່​ຖືກ​ເສຍຊີວິດ​ຍ້ອນ​ອຸບັດ​ຕິ​ເຫດ​ເຮືອບິນ MH 17ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍຕົກຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ​ເມື່ອ​ວັນ 17/7 ທ່ີ​ຜ່ານ​ມາ.

    ທ່ານ​ຮອງ​ນາຍົກລັດຖະມົນຕີມາ​ເລ​ເຊຍ Muhyiddin Yassin ​ໃຫ້​ຮູ້​ວ່າ ວັນ​ທີ 22/8 ນີ້, ບັນດາ​ຊາກ​ສົບ​ທຳ​ອິດ​ຂອງ​ບັນດາຜູ້​ຮັບ​ເຄາະ​ຮ້າຍຈະ​ຖືກ​ສົ່ງ​ກັບ​ເມືອ​ມາ​ເລ​ເຊຍ​ດ້ວຍ​ຖ້ຽວ​ບິນ​ພິ​ເສດ​ຈາກ​ໂຮ​ນລັງ. ພິທີ​ອາ​ໄລ​ຫາ​ຈະ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ສະໜາມ​ບິນ. ຄາດ​ວ່າ ກະສັດ​ມາ​ເລ​ເຊຍ, ນາຍົກລັດຖະມົນຕີ, ບັນດາ​ລັດຖະມົນຕີ, ບັນດາ​ຜູ້​ວ່າການ​ລັດ ​ແລະ ຄອບຄົວ​ບັນດາ ຜູ້​ຮັບ​ເຄາະ​ຮ້າຍ​ຈະ​ເຂົ້າຮ່ວມ​ພິທີອາ​ໄລ​ຫາ. ທ່ານ​ຮອງ​ນາຍົກລັດຖະມົນຕີມາ​ເລ​ເຊຍ Muhyiddin Yassin ຍັງ​ໃຫ້​ຮູ້​ອີກ​ວ່າ : ຊື່​ຂອງ​ບັນດາຜູ້​ຮັບ​ເຄາະ​ຮ້າຍພຽງ​ຈະ​ຖືກ​ປະກາດ​ໃນ​ພິທີ​ອາ​ໄລ​ຫາ​ຄັ້ງ​ນີ້. 

ຂ່າວ/ບົດ​ອື່ນ