ວັນບຸນວິສາຂະບູຊາ Vesak 2019: ງານບຸນລອຍກະໂທງພາວະນາຂໍ້ໃຫ້ໂລກສັນຕິພາບ

(VOVWORLD) -ໃນຂອບເຂດວັນບຸນວິສາຂະບູຊາສະຫະປະຊາຊາດ Vesak 2019, ຕອນຄ່ຳວັນທີ 13 ພຶດສະພາ, ຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈຸ໊ກ,  ແຂວງຮ່ານາມ, ໄດ້ຈັດງານບຸນລອຍກະໂທງ ພາວະນາຂໍ້ໃຫ້ໂລກສັນຕິພາບ.
ວັນບຸນວິສາຂະບູຊາ Vesak 2019: ງານບຸນລອຍກະໂທງພາວະນາຂໍ້ໃຫ້ໂລກສັນຕິພາບ - ảnh 1

ຕາມຄວາມໝາຍພື້ນເມືອງຂອງຫວຽດນາມ ແລ້ວ, ໄຕ້ກະໂທງໃຫ້ຮຸ່ງແຈ້ງແມ່ນເພື່ອແນໃສ່ຈຸດປະສົງເຊີດຊູບັນດາຄຸນຄ່າທາງດ້ານຈິດໃຈ, ຄຸນຄ່າດ້ານຈິດວິນຍານ ແລະ ວັດທະນະທຳຂອງຊາວຫວຽດນາມ. ໃນຊຸມວັນບຸນໃຫຍ່ຄືໃນໂອກາດວັນບຸນໃຫຍ່ຂອງພຸດທະສາສະໜາ, ເລື່ອງຈັດພິທີລອຍກະໂທງແມ່ນເພື່ອພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ໂລກມີສັນຕິພາບ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ເນັ້ນໜັກວ່າ.

        “ໃນບັນຍາກາດຂອງເຂດດິນແດນແຫ່ງສັກສິດ ຕາມຈຸ໊ກ, ຫວຽດນາມ, ຄວາມຮັກ, ນ້ຳໃຈມິດຕະພາບພວມຈູດປະກາຍແຈ້ງ ພ້ອມກັບບັນດາດວງໃຈທີ່ມີຄວາມເຄົາລົບຮັກຕໍ່ພຸດທະສາສະໜາ, ຄວາມມຸ່ງມາດປາດຖະໜາຢາກໃຫ້ມີສັນຕິພາບໃນທົ່ວ 5 ທະວີບ, ພ້ອມກັນມຸ່ງໄປເຖິງງານບຸນລອຍກະໂທງ ພາວະນາຂໍໃຫ້ “ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ”, ໂລກມີສັນຕິພາບ, ມວນມະນຸດມີຄວາມສົມບູນພູນສຸກ… ຂອງວັນບຸນວິສາຂະບູຊາ Vesak 2019. ຂ້າພະເຈົ້າ ກໍ່ປາດຖະໜາວ່າ, ພຸດທະສາສະນິກກະຊົນ ແລະ ປະຊາຊົນຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບັນດາສິ່ງຍອດຍິ່ງຂອງສາສະໜາພຸດ, ສ້າງວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ໃຫ້ອຸດົມຮັ່ງມີຂຶ້ນຕື່ມ; ປະຕິບັດນະໂຍບາຍ, ກົດໝາຍຂອງຫວຽດນາມ ກ່ຽວກັບການເຫຼື້ອມໃສເຊື່ອຖື, ສາສະໜາເປັນຢ່າງດີ ແລະ ປະກອບສ່ວນເຂົ້າໃນການສ້າງສາປະເທດຫວຽດນາມ ໃຫ້ສວຍງາມ, ສັນຕິພາບ, ພັດທະນາ ແລະ ຍືນຍົງ”.

        ພາຍຫຼັງພິທີໄຂງານບຸນ, ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາພຸດ, ອົງການຈັດຕັ້ງພຸດທະສາສະໜາຂອງບັນດາປະເທດ, ເຂດແຄ້ວນໃນໂລກ ແລະ ຫວຽດນາມ; ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັນຈູດໄຕ້ທຽນ, ລອຍກະໂທງ ລົງຢູ່ໜອງ ຕາມຈຸ໊ກ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ