ວັນບຸນວິສາຂະບູຊາ Vesak 2019: “ປຸກລຸກ” ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫວຽດນາມ - ອິນເດຍ

(VOVWORLD) -ອິນເດຍ ແມ່ນສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານທີ່ດູດດຶມສຳລັບນັກທ່ອງທ່ຽວຫວຽດນາມ, ແຕ່ຫວຽດນາມ ຍັງແມ່ນສະຖານທີ່ໃໝ່ອ່ຽມສຳລັບນັກທ່ອງທ່ຽວອິນເດຍ.
ວັນບຸນວິສາຂະບູຊາ Vesak 2019: “ປຸກລຸກ” ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫວຽດນາມ - ອິນເດຍ - ảnh 1 (ພາບປະກອບ: ຄະນະຈັດຕັ້ງ)

ວັນບຸນວິສາຂະບູຊາ Vesak 2019 ແມ່ນກາລະໂອກາດທີ່ດີເພື່ອດຶງດູດນັກທ່ອງທ່ຽວມາຈາກດິນເດຍ ເພື່ອແນໃສ່ “ປຸກລຸກ” ຄວາມສາມາດບົ່ມຊ້ອນລະຫວ່າງ 2 ຝ່າຍ. ທ່ານນາງ Sulekha Kumbhare, ສະມາຊິກຄະນະກຳມະການແຫ່ງຊາດ ກ່ຽວກັບບັນດາບັນຫາສ່ວນໜ້ອຍອິນເດຍ, ໃຫ້ຮູ້ວ່າ.

        “ກ່ອນນີ້, ຫວຽດນາມ ຍັງບໍ່ທັນແມ່ນສະຖານທີ່ທ່ອງທ່ຽວດຶງດູດໃຈນັກທ່ອງທ່ຽວ ອິນເດຍ ເມື່ອທຽບໃສ່ບັນດາປະເທດຄື: ຍີ່ປຸ່ນ, ມຽນມາ, ໄທ, ສີລັງກາ… ແຕ່ຂ້າພະເຈົ້າຄິດແນ່ນອນວ່າ ວັນບຸນວິສາຂະບູຊາ Vesak 2019 ຈະເຮັດໃຫ້ປະຊາຊົນອິນເດຍ ມີຄວາມຮູ້ກ່ຽວກັບພາບພົດປະເທດຫວຽດນາມ ຫຼາຍກວ່າ ແລະ ການເລືອກເຟັ້ນຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວໃນລາຍການທ່ອງທ່ຽວແຫ່ງຈິດວິນຍານ”.

        ແລະກໍ່ເນື່ອງໃນໂອກາດຈັດວັນບຸນວິສາຂະບູຊາ Vesak 2019, ຕອນເຊົ້າວັນທີ 13 ພຶດສະພາ, ຄະນະສາສະໜາລັດຖະບານ ໄດ້ມີການພົບປະກັບບັນດາອົງການຈັດຕັ້ງພຸດທະສາສະໜາຫວຽດນາມ ແລະ ພຸດທະສາສະນິກກະຊົນຊາວຫຽດນາມ ອາໄສຢູ່ຫຼາຍປະເທດ ກັບເມື່ອເຂົ້າຮ່ວມວັນບຸນວິສາຂະບູຊາ Vesak 2019.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ