ວັນບຸນໄຫວ້ພະຈັນຢູ່ນະຄອນ ໂຮ້ຍອານ ໄດ້ຮັບການຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ

(VOVWORLD) - ງານບຸນໄຫວ້ພະຈັນ; ງານວາງສະແດງພາບຖ່າຍສິລະປະຟ້ອນ ທຽນເກົາ... ເຊິ່ງໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ວັນບຸນໄຫວ້ພະຈັນຢູ່ນະຄອນ ໂຮ້ຍອານ ໄດ້ຮັບການຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ  - ảnh 1(ສິລະປະຟ້ອນ ທຽນເກົາ)

          ຕອນຄ່ຳວັນທີ 28 ກັນຍາ, ຢູ່ນະຄອນ ໂຮ້ຍອານ, ແຂວງ ກວາງນາມ ໄດ້ຈັດພິທີຕ້ອນຮັບນາມມະຍົດມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດສຳລັບ “ງານບຸນທີ່ເປັນມູນເຊື້ອ, ຮີດຄອງປະເພນີສັງຄົມ ແລະ ຄວາມເຊື່ອຖືຂອງວັນບຸນໄຫວ້ພະຈັນ”. ເນື່ອງໃນໂອກາດນີ້, ນະຄອນ ໂຮ້ຍອານ ໄດ້ຈັດການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງ, ຄື: ງານບຸນໄຫວ້ພະຈັນ; ງານວາງສະແດງພາບຖ່າຍສິລະປະຟ້ອນ ທຽນເກົາ... ເຊິ່ງໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.

          ການເຄື່ອນໄຫວ “ງານບຸນທີ່ເປັນມູນເຊື້ອ, ຮີດຄອງປະເພນີສັງຄົມ ແລະ ຄວາມເຊື່ອຖືຂອງວັນບຸນໄຫວ້ພະຈັນ” ຂອງ ໂຮ້ຍອານ ໄດ້ຮັບການຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ສ້າງກຳລັງໜູນໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ້ຍອານ ໃນການສືບຕໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກນີ້ ຕື່ມອີກ. ທ່ານ ຫງວຽນວັນແລງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ້ຍອານ, ໃຫ້ຮູ້ວ່າ:

          “ຈຸດພິເສດຂອງງານວັນບຸນໄຫວ້ພະຈັນຢູ່ນະຄອນ ໂຮ້ຍອານ ແມ່ນການຟ້ອນ ທຽນເກົາ. ເນື່ອງໃນໂອກາດຕ້ອນຮັບມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ວັນບຸນໄຫວ້ພະຈັນຢູ່ນະຄອນ ໂຮ້ຍອານ ໄດ້ຈັດຂຶ້ນໃນຂອບຂະໜາດກ້ວາງກວ່າ. ນີ້ແມ່ນເຫດການສຳຄັນໃນຊີວິດທາງດ້ານວັດທະນະທຳຂອງຊາວ ໂຮ້ຍອານ ຢ່າງແທ້ຈິງ.

          ໂຮ້ຍອານ ພວມສືບຕໍ່ກໍ່ສ້າງບັນດາສຳເນົາເອກະສານໃນຂົງເຂດຫັດຖະກຳ ແລະ ສິລະປະພື້ນເມືອງ ເພື່ອເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດຄິດສ້າງທົ່ວໂລກຂອງອົງການການສຶກສາ - ວິທະຍາສາດ - ວັດທະນະທຳ ສະຫະປະຊາຊາດ (UNESCO).

ຕອບກັບ

ຂ່າວ/ບົດ​ອື່ນ