ວິສາຫະກິດຫວຽດນາມສົ່ງເສີມການໂຄສະນາຢູ່ງານຕະຫຼາດນັດສະບຽບອາຫານໃຫຍ່ສຸດຢູ່ອາຊີ

ວິສາຫະກິດຫວຽດນາມສົ່ງເສີມການໂຄສະນາຢູ່ງານຕະຫຼາດນັດສະບຽບອາຫານໃຫຍ່ສຸດຢູ່ອາຊີ - ảnh 1
ຮ້ານວາງສະແດງຂອງ ຫວຽດນາມ
(ພາບ: tintuc.vn)

(vovworld) – ມີ​ວິ​ສາ​ຫະກິດ ຫວຽດນາມ ຫຼາຍ​ແຫ່ງ, ຜະລິດ​ໝວດ​ສິນຄ້າ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ສົ່ງ​ອອກຢ່າງ​ໃຫຍ່​ຫຼວງ​ຄື: ​ເຂົ້າສານ, ສິນ​ໃນ​ນຳ້, ຊາ, ກາ​ເຟ, ​ເຫຼົ້າ​ແວງ ​ແລະ​ ຜັກ, ໝາກ​ໄມ້​ພວມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດສະບຽງ​ອາຫານ ​ແລະ ​ໂຮງ​ແຮມ (FHA 2016) ຊຶ່ງດຳ​ເນີນ​ໄປ​ຢູ່​ສິງ​ກາ​ໂປ ​ແຕ່​ວັນ​ທີ 12 – 15/4. ທ່ານ​ນາງ ຫງວຽນ​ວຽດຈີ, ທີ່​ປຶກສາ​ດ້ານ​ການ​ຄ້າ​ສະຖານທູດ ຫວຽດນາມ ປະຈຳ​ ສິງ​ກະ​ໂປ, ​ໃຫ້​ຮູ້​ວ່າ: ​ເລື່ອງ ຫວຽດນາມ ​ແມ່ນ​ສະມາ​ຊິກຂອງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ກໍ​ຄື ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ​ພ້ອມ​ກັນ​ນັ້ນ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບບັນດາ​ຜົນ​ປະ​ໂຫຍ​ດ ​ແລະ ກາລະ​ໂອກາດ​ຊຶ່ງ​ສັນຍາ​ດັ່ງກ່າວ​ນຳ​ມາ​ໃຫ້​ນັ້ນ, ພິ​ເສດ​ແມ່ນ​ບັນດາ​ຂະ​ແໜງການ​ຜະລິດ​ສິນ​ຄ້າຂອງ ຫວຽດນາມ ມີ​ທ່າ​ແຮງ​ສົ່ງ​ອອກ, ວິ​ສາ​ຫະກິດ​ພາຍ​ໃນປະ​ເທດ​ຫຼາຍ​ແຫ່ງ​ທີ່ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ດັ່ງກ່າວ​ກໍ​ຖື​ວ່າ: ​ເຂົາ​ເຈົ້າ​ຕ້ອງ​ຕັ້ງໜ້າ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ເພື່ອ​ສາມາດ​ຜັນ​ຂະຫຍາຍຄວາມ​ສາມາດ​ບົ່ມ​ຊ້ອນ. ຕາມ​ຕົວ​ເລກ​ຂອງ​ກົມ​ໃຫຍ່​ສະຖິຕິ​ ສິງ​ກາ​ໂປ​ແລ້​ວ, ມູນ​ຄ່າ​ການສົ່ງ​ອອກ​ຂອງຂະ​ແໜງ​ຜະລິດທັນ​ຍາ​ຫານ, ອາຫານຂອງ ຫວຽດນາມ ໄປ​ຍັງ ສິງ​ກາ​​ໂປ​ໃນ​ປີ 2015 ບັນລຸ 320 ລ້ານ USD, ກວມ​ປະມານ 4% ອັດຕາສ່ວນ​ການ​ນຳ​ເຂົ້າທັນ​ຍາຫານ​ຂອງ​ປະ​ເທດ​ນີ້.


ຂ່າວ/ບົດ​ອື່ນ