ສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ RCEP ມີຜົນສັກສິດຢ່າງເປັນທາງການ.

(VOVWORLD) -RCEP ປະຈຸບັນແມ່ນຂໍ້ຕົກລົງດ້ານການຄ້າເສລີໃຫຍ່ສຸດຂອງໂລກ, ເຊື່ອມຕໍ່ອາຊຽນ ແລະບັນດາພື້ນຖານເສດຖະກິດໃຫຍ່ໃນໂລກຄື: ຈີນ, ສເກົາຫລີ, ຍີ່ປຸ່ນ, ອົດສະຕາລີ ແລະ ນິວເຊີແລນ.

ວັນທີ 1 ມັງກອນ ປີ 2022, ເປັນຂີດໝາຍແຫ່ງສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ RCEP, ຂໍ້ຕົກລົງການຄ້າເສລີໃຫຍ່ສຸດໃນໂລກ ມີຜົນສັກສິດຢ່າງເປັນທາງການ.

ໃນແຈ້ງການສື່ມວນຊົນອອກໃນວັນທີ 31 ທັນວາ, ທ່ານ Gan Kim Yong ລັດຖະມົນຕີການຄ້າ ແລະ ອຸດສາຫະກຳ ສິງກະໂປ ຢັ້ງຢືນ: ສັນຍາດັ່ງກ່າວມີຜົນສັກສິດ ຈະສ້າງກຳລັງຫນູນໃຫ້ການພົວພັນດ້ານການຄ້າ, ການດຳເນີນທຸລະກິດລະຫວ່າງ ສິງກະໂປ ແລະບັນດາປະເທດເຊັນສັນຍາ.

ໃນບົດຕອບສຳພາດຫວ່າງແລ້ວນີ້, ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ເນັ້ນຫນັກວ່າ ເລື່ອງ RCEP ນຳເຂົ້າປະຕິບັດ ຈະແມ່ນ ກຳລັງຫນູນເພື່ອເປີດກວ້າງການລົງທຶນ ແລະ ການຄ້າຂອງພາກພື້ນ, ເຊິ່ງແມ່ນເງື່ອນໄຂທີ່ຈຳເປັນເພື່ອຟື້ນຟູເສດຖະກິດໃນສະພາບໂລກລະບາດໂຄວິດ 19. RCEP ປະຈຸບັນແມ່ນຂໍ້ຕົກລົງດ້ານການຄ້າເສລີໃຫຍ່ສຸດຂອງໂລກ, ເຊື່ອມຕໍ່ອາຊຽນ ແລະບັນດາພື້ນຖານເສດຖະກິດໃຫຍ່ໃນໂລກຄື: ຈີນ, ສເກົາຫລີ, ຍີ່ປຸ່ນ, ອົດສະຕາລີ ແລະ ນິວເຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ